ຢາງບົງ / Yang Bong

ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Machilus kurzii King ex Hook. f. / Lauraceae
ຊື່ພ້ອງ
Persea kurzii (King ex Hook. f.) Kosterm.
ຊື່ອື່ນ
ຫວຽດນາມ: ເບີຍເລີຍ.
ແປ້ງຈາກເປືອກບົງ ຮຽກກັນວ່າ ແປ້ງກະບຸກ.
ຈີນ: 秃枝润楠 tu zhi run nan [ຕູຊີຣັນນານ]
ບັນຍາຍລັກສະນະພືດສາດ

ຕົ້ນບົງ ເປັນໄມ້ຂະໜາດປານກາງ, ສູງ 10-25 ມ, ໜ້າຕ້າງ 10-45 ຊມ. ຕົ້ນບົງ ໂດຍອີງຕາມສີຂອງຢາງ, ສີຂອງເປືອກຊັ້ນໃນ ແລະ ສີຂອງກ້ານໃບ (1-2 ຊມ) ຂອງມັນ ສາມາດແຍກໄດ້ເປັນສອງຊະນິດ ຄື ບົງຂາວ ແລະ ບົງແດງ. ເປືອກໜາປະມານ 0.5 ຊມ. ບົງຂາວ ມີໃບຂ້ອນຂ້າງມົນຮູບໄຂ່ ມີຂະໜາດ ຍາວ 12-14 ຊມ ແລະ ກວ້າງ 6-7.5 ຊມ; ໃບຂອງບົງແດງ ຂ້ອນຂ້າງສ້ວຍຍາວ, ມີຂະໜາດຄວາມຍາວ 15-25 ຊມ ແລະ ກວ້າງ 4-6 ຊມ. ດອກອອກເປັນຊໍ່, ໝາກມີແກ່ນດຽວ ຊຶ່ງມີຂະໜາດເສັ້ນຜ່າກາງ 0.5 ຊມ. ບັນດາຊະນິດພັນຕ່າງໆຂອງຕົ້ນບົງນີ້ ແມ່ນຍັງບໍ່ທັນສາມາດຈຳແນກໄດ້ຈະແຈ້ງເທື່ອ. ບາງຊະນິດເອີ້ນກັນວ່າ ຕົ້ນບົງ ແຕ່ພັດຢູ່ໃນຕະກູນຕ່າງກັນ ແລະ ບໍ່ໃຫ້ຢາງບົງ. ຊະນິດໄມ້ອື່ນໆ ທີ່ໃຫ້ເປືອກບົງລວມມີ: ບົງຂາວໃຫຍ່ (Persea villosa), ບົງຂາວ (P. umbelliflora ຫຼື Nothaphoebe umbelliflora), ບົງແດງນ້ອຍ (Actinodaphne cochinchinensis), ບົງຂາວນ້ອຍ (Machilus chinensis), ບົງຂາວ/ບົງໝີ່ (Litsea monopetala).

ບັນຍາຍການນຳໃຊ້

ເປືອກບົງ ມີຢາງນຸ້ມ ແລະ ທາດນ້ຳມັນຫອມ ນຳໃຊ້ເຮັດທູບ ຊຶ່ງໃຊ້ກັນທົ່ວໄປຕາມວັດຢູ່ໃນອາຊີ ຕາວັນອອກສ່ຽງໃຕ້. ນອກນີ້, ມັນຍັງຖືກນຳໄປປຸງແຕ່ງເປັນສ່ວນປະສົມຕົ້ນຕໍ ໃນຢາອູດຍຸງ ແລະ ໃຊ້ຜະລິດກາວ ສຳລັບໃຊ້ໃນການຜະລິດກາກຕົງ ແລະ ໄມ້ອັດຕ່າງໆ. ເປືອກບົງສາມາດນຳໄປປະສົມກັບດິນ ເພື່ອໃຊ້ເຮັດ ເບົ້າຫຼໍ່ພະ ແລະ ເຄື່ອງໃຊ້ໃນເຮືອນຕ່າງໆ.

ການປະກອບສ່ວນ