ຂ່າ / Galanga
APA 6th ed. ຂ່າ / Galanga. (2021, December 6). Retrieved from https://www.phakhaolao.la/kb/0000015
MLA 8th ed. ຂ່າ / Galanga. Pha Khao Lao, 6 December 2021, https://www.phakhaolao.la/kb/0000015.
Chicago 17th ed. Pha Khao Lao. 2021. "ຂ່າ / Galanga." Published December 6, 2021. https://www.phakhaolao.la/kb/0000015.
Alpinia galanga var. galanga
Alpinia galanga var. pyramidata (Blume) K.Schum
Alpinia pyramidata Blume
Alpinia calcarata var. compacta Gagnep.
Alpinia cernua Sims
Languas galanga (L.) Stuntz
Maranta galanga L.
Zingiber galanga (L.) Stokes
ໄທ: ຂ່າ
ຈີນ: Hóng dòukòu xuémíng [红豆蔻学名]
ຫວຽດ: Riềng nếp; Hồng đậu khấu; Sơn nại; Sơn khương tử, Riềng ấm
ຂ່າເປັນພືດລົ້ມລຸກຫຼາຍປີ, ສູງ ແຕ່ 1-2.5 ມ, ມີຫົວເປັນເສັ້ນໄຍ, ສີນໍ້າຕານອ່ອນ, ເສັ້ນຜ່າກາງ ເຖິງ 5 ຊມ. ໃບມີຂະໜາດ ປະມານ 30-50 x 5-10 ຊມ, ບາງຄັ້ງມີຂົນນ້ອຍໆຢູ່ກາບໃບ. ລຳຕົ້ນມີເສັ້ນຜ່າກາງປະມານ 2 ຊມ. ມີຊໍ່ດອກເກີດຢູ່ປາຍສຸດ ຂອງລຳຕົ້ນ, ຍາວເຖີງ 20 ຊມ, ສ່ວນດອກເປັນສີແດງປົນຂາວ, ມີຂະໜາດ 2-2.5 x 2 ຊມ. ໝາກເປັນໜ່ວຍມົນ ຫຼື ຮູບໄຂ່, ສີເຫຼືອງ ຫຼື ແດງ. ເມື່ອເວລາສຸກຈະມີເສັ້ນຜ່າກາງ 8-10 ມມ. ແກ່ນເປັນຫຼ່ຽມ, ສີເຫຼືອງເສົ້າ ຫາ ນ້ຳຕານເສົ້າ ແລະ ມີເສັ້ນຜ່າກາງ 1.2-1.6 ຊມ.
ໝາກ ແລະ ພາກສ່ວນອື່ນຂອງຂ່າມີກິ່ນຫອມ ແລະ ໃຊ້ເປັນເຄື່ອງເທດປຸງອາຫານ. ຮາກອ່ອນ ແລະ ຊໍ່ດອກອອ່ນຂອງຂ່າໃຊ້ກິນເປັນອາຫານຄືກັນກັບຜັກ. ຢູ່ໃນປະເທດລາວ ແລະ ໄທ ຫົວຂ່າອ່ອນ ຫຼື ຮາກອ່ອນແມ່ນສຳຄັນ ໂດຍສະເພາະ ໃນການປຸງແກງ ຕົວຢ່າງແມ່ນຕົ້ມຍຳ. ຄົນລາວເຮົາໄດ້ເກັບໝາກຂ່າຂາຍໃຫ້ຄົນຈີນ ເພື່ອປຸງແຕ່ງເປັນຍາຊ່ວຍຍ່ອຍອາຫານ, ປົວອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງຂີ້ຮາກ. ນ້ຳມັນລະເຫີຍທີ່ສະກັດຈາກຮາກ ແລະ ໃບຂອງຂ່າ ໃຊ້ຮັກສາທາດລົ້ມ, ໂລກປະສາດ ແລະ ໂລກຜີວໜັງ. ຫົວ ແລະ ໝາກ ແມ່ນນຳໃຊ້ເປັນຕົວເສີມກິ່ນຫອມໃນຢາ. ຂ່າແດງ ຊະນິດ galangal ແມ່ນນິຍົມກັນນຳມາເຮັດຢາ ໃນອີນໂດເນເຊຍ, ສຳລັບຂ່າຫົວສີຂາວນິຍົມນຳມາໃຊ້ເຮັດເຄື່ອງເທດ ຫຼື ກັ່ນເອົານ້ຳມັນລະເຫີຍ ຫຼື ໃຊ້ປຸງລົດຊາດເຫຼົ້າ. ຫົວຂ່າຍັງຖືກໃຊ້ເປັນສີຍ້ອມຜ້າ ສີເຫຼືອງ ແລະ ສີຂຽວອ່ອນ.