ກົກອ່ຽນດ່ອນ / Eel Root

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eurycoma harmandiana Pierre / Simaroubaceae
ຊື່ພ້ອງ
ຊື່ອື່ນ
ກົກອ່ຽນດອນ / Khok ien don
ໄທ: ປາ ອາໄລ່ ເປືອກເຫຼັກ
ບັນຍາຍລັກສະນະພືດສາດ

ຕົ້ນອ່ຽນດ່ອນເປັນໄມ້ຟູ່ມເຕ້ຍ ທີ່ສູງປະມານ 50 ຊມ, ມີຮາກແກ້ວດ່ຽວ ສີຂາວເຫລືອງ ຍາວປະມານ 20 ຊມ  ຫາ 80 ຊມ. ລຳຕົ້ນສີດຳ ຫຼື ຕັບໝູເຂັ້ມ. ໃບ ເປັນໃບປະສົມ ຄ້າຍຄືຂົນນົກ, ຍາວ 8-20 ຊມ, ຂະໜາດ ໃບຍ່ອຍ 5 x 8 ມມ. ຊໍ່ດອກເກີດຢູ່ປາຍຕົ້ນ, ຍາວ 10-20 ຊມ, ມີດອກນ້ອຍສີບົວຫາສີແດງ. ໝາກສີແດງ ກົມ ມີຂະໜາດ 5-8 x 4-7 ມມ. ຕົ້ນອ່ຽນດ່ອນ ແມ່ນ ຄ້າຍຄືກັນ ກັບ ຕົ້ນຢິກບໍ່ຖອງ (E. longifolia) ແຕ່ຕົ້ນຍິກບໍ່ຖອງຈະສູງກວ່າຫຼາຍ.

ບັນຍາຍການນຳໃຊ້

ເປືອກຂອງຮາກອ່ຽນດ່ອນ ໄດ້ນຳໃຊ້ກັນເປັນຢາລົດຄວາມຮ້ອນຂອງຮ່າງກາຍ ເພື່ອ ບັນເທົາອາການໄຂ້. ນອກຈາກນີ້, ກໍຍັງໃຊ້ເປັນຢາກະຕຸ້ນທາງເພດ ໃນອາຊີຕາເວັນອອກສ່ຽງໃຕ້.

ການປະກອບສ່ວນ