ກົກອ່ຽນດ່ອນ / Eel Root
APA 6th ed. ກົກອ່ຽນດ່ອນ / Eel Root. (2021, September 7). Retrieved from https://www.phakhaolao.la/kb/0000014
MLA 8th ed. ກົກອ່ຽນດ່ອນ / Eel Root. Pha Khao Lao, 7 September 2021, https://www.phakhaolao.la/kb/0000014.
Chicago 17th ed. Pha Khao Lao. 2021. "ກົກອ່ຽນດ່ອນ / Eel Root." Published September 7, 2021. https://www.phakhaolao.la/kb/0000014.
ໄທ: ປາ ອາໄລ່ ເປືອກເຫຼັກ
ຕົ້ນອ່ຽນດ່ອນເປັນໄມ້ຟູ່ມເຕ້ຍ ທີ່ສູງປະມານ 50 ຊມ, ມີຮາກແກ້ວດ່ຽວ ສີຂາວເຫລືອງ ຍາວປະມານ 20 ຊມ ຫາ 80 ຊມ. ລຳຕົ້ນສີດຳ ຫຼື ຕັບໝູເຂັ້ມ. ໃບ ເປັນໃບປະສົມ ຄ້າຍຄືຂົນນົກ, ຍາວ 8-20 ຊມ, ຂະໜາດ ໃບຍ່ອຍ 5 x 8 ມມ. ຊໍ່ດອກເກີດຢູ່ປາຍຕົ້ນ, ຍາວ 10-20 ຊມ, ມີດອກນ້ອຍສີບົວຫາສີແດງ. ໝາກສີແດງ ກົມ ມີຂະໜາດ 5-8 x 4-7 ມມ. ຕົ້ນອ່ຽນດ່ອນ ແມ່ນ ຄ້າຍຄືກັນ ກັບ ຕົ້ນຢິກບໍ່ຖອງ (E. longifolia) ແຕ່ຕົ້ນຍິກບໍ່ຖອງຈະສູງກວ່າຫຼາຍ.
ເປືອກຂອງຮາກອ່ຽນດ່ອນ ໄດ້ນຳໃຊ້ກັນເປັນຢາລົດຄວາມຮ້ອນຂອງຮ່າງກາຍ ເພື່ອ ບັນເທົາອາການໄຂ້. ນອກຈາກນີ້, ກໍຍັງໃຊ້ເປັນຢາກະຕຸ້ນທາງເພດ ໃນອາຊີຕາເວັນອອກສ່ຽງໃຕ້.