ໄມ້ເພົາ / Siamese sal

ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Shorea siamensis Miq. / Dipterocarpaceae
ຊື່ພ້ອງ
Pentacme siamensis (Miq.) Kurz
ຊື່ອື່ນ
ລາວ: ໄມ້ຮັງ
ໄທ: ຊັນ, ຊັນແຕງ, ບາວ, ກໍເຈືອ, ແງະຈິກ, ຈັນອອກ, ເຕັງ, ເຕັງຂາວ, ເນົ່າໃນ, ປ໌າຈັດ, ລາໃນ, ແລນອຍ, ອອງລຽງຢອງ.
ຫວຽດນາມ: ເຊນາຈັກ, ເສນດໍ.
ກໍປູເຈຍ: ດອມຈະຣອຍເຟແຈກ.
ອັງກິດ: dark red meranti, light red meranti, or red lauan
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຈັດຢູ່ໃນຕະກຸນໄມ້ຍາງ, ມີລວງສູງປານກາງ, ສູງ 15-20 ມ,  ເປັນໄມ້ປ່ຽນໃບ, ເຮືອນຍອດ, ບໍ່ຂະຫຍາຍຕົວໄດ້ເຕັມສ່ວນ, ເປືອກໜາ ແລະ ໝາກມີປີກ. ໄມ້ຊີເປັນໄມ້ຂຽວຕະຫຼອດປີ ແລະ ສູງເຖິງ 35 ມ. ໄມ້ຈິກໂຄກ ສູງ 10-25 ມ, ມີໜ້າຕ້າງ ສະເລ່ຍ 30 ຊຕມ, ມີເປືອກ ສີໝົ່ນ ແລະ ແຕກເປັນຮ່ອງ, ເປືອກຊັ້ນໃນ ສີນ້ຳຕານແກມແດງ ແລະ ມີນ້ຳສີເຫຼືອງ-ຂາວ. ໃບຕອນຍັງອ່ອນເປັນສີແດງ, ຍາວ 7-12 ຊມ, ກວ້າງ 4-6 ຊມ, ກ້ອງໃບມີຂົນ ແລະ ກ້ານໃບ ຍາວ 3-4 ຊມ.

ບັນຍາຍການນຳໃຊ້

ຢູ່ລາວ ເພິ່ນປະສົມຂີ້ຊີ ກັບນ້ຳມັນຍາງທີ່ໄດ້ຈາກພວກສະກຸນໄມ້ຍາງ ເພື່ອຢາເຮືອ ແລະ ຄຸ, ເຮັດກະບອງໄຕ້ ແລະ ສົ່ງອອກໄປໄທ, ຈີນ ແລະ ອິນເດຍ. ນອກຈາກນີ້ກໍ່ມີຫຼາຍສົມຄວນທີ່ສົ່ງອອກຫວຽດນາມ ເພື່ອນຳໄປໃຊ້ເຮັດ ນຳຢາຄັດເງົາ, ສະແລກ OE ແລະ ທູບ. ຂີ້ຊີຍັງໄດ້ນຳໃຊ້ຜະລິດສີ ແລະ ນ້ຳມຶກ. ສຳລັບເນື້ອໄມ້ ໃຊ້ໃນການປຸກສ້າງຕ່າງໆ ແລະ ໝອນລາງລົດໄຟ.

ສັບພະຄຸນ:
   - ໃບໃຊ້ຕົ້ມກັບນໍ້າອາບເປັນຢາແກ້ອາການວິງວຽນຫົວ.
   - ເປືອກໃຊ້ເປັນຢາແກ້ພະຍາດຖອກທ້ອງ.
   - ໃບນໍາມາຕໍາພອກຮັກສາແຜພຸພອງ.

ການປະກອບສ່ວນ