ນໍ້າມັນຍາງ / Shorea Dammar

ການນຳໃຊ້
ພະລັງງານ
ສີນຄ້າ
ນ້ຳມັນຫອມ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Dipterocarpus alatus Roxb. ex G.Don / Dipterocarpaceae
ຊື່ພ້ອງ
Dipterocarpus gonopterus Turcz.
Dipterocarpus incanus Roxb.
Dipterocarpus philippinensis Foxw.
Hopea conduplicata Buch.-Ham.
Oleoxylon balsamiferum Wall.
Pterigium costatum Corrêa
ຊື່ອື່ນ
ໄທ: ຊັນ, ຊັນແຕງ, ບາວ, ກໍເຈືອ, ແງະຈິກ, ຈັນອອກ, ເຕັງ, ເຕັງຂາວ, ເນົ່າໃນ, ປ໌າຈັດ, ລາໃນ, ແລນອຍ, ອອງລຽງຢອງ.
ຫວຽດນາມ: ເຊນາຈັກ, ເສນດໍ.
ກໍປູເຈຍ: ດອມຈະຣອຍເຟແຈກ.
ອັງກິດ: Shorea dammar, Burmese sal, Siamese sal, thitya.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຈັດຢູ່ໃນຕະກຸນໄມ້ຍາງ, ມີລວງສູງປານກາງ, ສູງ 15-20 ມ, ເປັນໄມ້ປ່ຽນໃບ, ເຮືອນຍອດກົມ, ບໍ່ຂະຫຍາຍຕົວໄດ້ເຕັມສ່ວນ, ເປືອກໜາ ແລະ ໝາກມີປີກ. ໄມ້ຍາງເປັນໄມ້ຂຽວຕະຫຼອດປີ ແລະ ສູງເຖິງ 35 ມ. ໄມ້ຈິກໂຄກ ສູງ 10-25 ມ, ມີໜ້າຕ້າງ ສະເລ່ຍ 30 ຊມ, ມີເປືອກ ສີໝົ່ນ ແລະ ແຕກເປັນຮ່ອງ, ເປືອກຊັ້ນໃນ ສີນ້ຳຕານແກມແດງ ແລະ ມີນ້ຳສີເຫຼືອງ-ຂາວ. ໃບຕອນຍັງອ່ອນເປັນສີແດງ, ຍາວ 7-12 ຊມ, ກວ້າງ 4-6 ຊມ, ກ້ອງໃບມີຂົນ ແລະ ກ້ານໃບ ຍາວ 3-4 ຊມ.

ບັນຍາຍການນຳໃຊ້

ນ້ຳມັນຍາງໃຊ້ເປັນຢາງຂັດເງົາ ຫຼື ສະແລ໊ກທາ ໄມ້ ແລະ ເຄື່ອງເຟີນີເຈີ ແລະ ໃນການຢາເຮືອ. ໃນເຊີງອຸດສະຫະກຳ ມີການນຳໃຊ້ນ້ຳມັນຍາງ ເຮັດນ້ຳມຶກ, ສີ, ຂີ້ເຜີ້ງ ແລະ ນ້ຳຫອມ. ໃນຕຳລາຢາພື້ນເມືອງ ມັນໃຊ້ທາປ້ອງກັນຕີນ ບໍ່ໃຫ້ເກີດຜົນກະທົບຈາກການຢັ່ງຢູ່ໃນນ້ຳເປັນເວລາດົນນານຢູ່ໃນໄຮ່ນາ. ຊາວບ້ານໄດ້ເອົານ້ຳມັນຍາງ ຄົນເຂົ້າໃສ່ກັບ ໄມ້ຂີ້ຂ້ອນໂດກ ຫຼື ປົນກັບຂີ້ເລື່ອຍ ມາຫໍ່ເຮັດກະບອງໄຕ້. ນ້ຳມັນຍາງ ຍັງໃຊ້ປະສົມກັບ ຢາງໝາກເດື່ອ ຫຼື ຢາງໄຮ ຄົນໃຫ້ໜຽວ ໃຊ້ເປັນຕັງຕິດແມງໄມ້ ແລະ ນົກ. ຢູ່ຕາມງ່າທີ່ໃຫຍ່ຂອງຕົ້ນຍາງ ຍັງມັກມີເຜີ້ງເຮັດຮັງໃສ່. ປະຈຸບັນນີ້ ເນື່ອງຈາກມີການຍົກເລີກສິດເຈາະນ້ຳມັນຍາງ, ຈຶ່ງມີການໃຊ້ເນື້ອໄມ້ຍາງກັນຫຼາຍຂຶ້ນ.

ການປະກອບສ່ວນ