ຫົວກອຍ / Asiatic Bitter Yam

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Dioscorea hispida Dennst. / Dioscoreaceae
ຊື່ພ້ອງ
Dioscorea hispida var. daemona (Roxb.) Prain & Burkill
Dioscorea hispida var. reticulata (Hook.f.) Sanjappa
Helmia daemona (Roxb.) Kunth
Helmia hirsuta (Blume) Kunth
ຊື່ອື່ນ
ໄທ: ມັນກອຍ, ມັນກລອຍ, ລາບຊາບ, ມັນນອນ, ກລອຍເຂົາໂຈ, ກລອຍນົກ, ກລອຍໄກ່, ຄລີ(ເນື້ອຂາວ), ຄລອຍເຂົ້າໜຽວ (ເນື້ອເຫຼືອງ).
ກໍາປູເຈຍ: ດູເຄົາ, ເວີເຄົາ.
ມຽນມ້າ: ກີວິ.
ຫວຽດນາມ: ກູຍ ນັນ, ເທລນອັນເອັດ, ດິວນານອິນ.
ອັງກິດ: Asiatic bitter yam.
ບັນຍາຍລັກສະນະພືດສາດ

ເປັນພືດເຄືອ ຍາວປະມານ 2 ມ, ທີ່ກ້ຽວໄປທາງຊ້າຍມື, ມີໜາມແຂງ ແລະ ມີລະບົບຮາກຝອຍ ໂດຍຈຳນວນຫນຶ່ງ ໃນນັ້ນໄດ້ເຕີບໂຕຂຶ້ນເປັນຫົວມົນນ້ອຍໆ ເວລາຍັງອ່ອນແລ້ວຍາວຢຽດອອກເວລາຫົວແກ່ຂຶ້ນ ແຕ່ກໍ່ຍັງຄົງຮູບຮ່າງລັກສະນະຂ້ອນຂ້າງມົນເໝືອນເດີມ ແລະ ສາມາດເຕີບໂຕເຖິງຂະໜາດໜ້າຕັດ ປະມານ 30 ຊມ ແລະ ມີນ້ຳໜັກ ປະມານ 35 ກລ. ຫົວກອຍ ມີສີນ້ຳຕານ ແລະ ມີຮາກຝອຍເສັ້ນນ້ອຍໆສີເຟືອງຫາສີຫມົ່ນອ່ອນໆຈັບຕາມຜິວດ້ານນອກ. ຫົວກອຍດິບທີ່ບັນຈຸມີທາດເບື່ອ ມີເນື້ອຂ້າງໃນເປັນສີຂາວຫາສີເຫຼືອງອ່ອນໆ. ເຄືອມີຂະໜາດໜ້າຕັດປະມານ 9 ມມ, ມີໜາມ ແລະ ມີສີຂຽວຫາສີເຟືອງ. ໃບມີຂະໜາດ 30 x 28 ຊມ ປະກອບດ້ວຍ 3 ໃບນ້ອຍມີໜາມອ່ອນຕາມກ້ານໃບ ແລະ ເຊັ່ນໃບດ້ານຫຼັງ ພ້ອມມີຂົນຕາມກ້ອງໃບ. ພົ້ວດອກຜູ້ ຍາວປະມານ 50 ຊມ ກົ່ງລົງທາງລຸ່ມ ມີດອກສີເຫຼືອງ ຫາ ສີນ້ຳຕານອ່ອນ, ຫຸ້ມດ້ວຍຂົນອ່ອນໆສີຂາວສຳລັບພົ້ວດອກແມ່ ເປັນດອກດ່ຽວ. ໝາກເປັນໝາກແຄັບຊູນ (capsule) ສີນ້ຳເຜີ້ງ, ມີປີກ, ມີຂະໜາດປະມານ 40-60 x 10-12 ມມ ແລະ ແກ່ນ ກໍ່ມີປີກຄືກັນ. ໃນອິນດູຈີນ ພົບວ່າ ມີທັງໝົດ 4 ສາຍພັນ ຂອງກອຍ ເຊັ່ນ: ສາຍພັນ mollissima, scaphoides, hispida ແລະ dalmona. ໃນເຂດອິນດູຈີນມີປະມານ 12-15 ຊະນິດມັນ ທີ່ເກີດໃນທຳມະຊາດ ແລະ ໃນນີ້ ̧ມີ Dioscorea alata L. (ມັນທຽນຂາວ) ແລະ D. bulbifera L. (ມັນເປົ້າ) ທີ່ໄດ້ນຳມາປູກເປັນພືດສວນ.

ບັນຍາຍການນຳໃຊ້

ຫົວກອຍ ໄດ້ນຳໃຊ້ເປັນອາຫານທົດແທນເຂົ້າ ໃນຊ່ວງທີ່ອຶດເຂົ້າ. ເຖິງຢ່າງໃດກໍ່ດີ, ກ່ອນຈະບໍລິໂພກໄດ້ ກໍໍ່ຕ້ອງໄດ້ກຳຈັດສານເບື່ອອອກກ່ອນ ເພາະກອຍດິບ ປ່ຽງຂະໜາດເທົ່າກັບໝາກແອັບເປິນ ສາມາດທຳລາຍລະບົບປະສາດສ່ວນກາງໄດ້ ແລະ ມີປະສິດທິພາບພໍທີ່ຈະຂ້າຊີວິດຄົນເຮົາໄດ້ ພາຍໃນ 6 ຊົ່ວໂມງ. ກອຍໄດ້ຖືກໃຊ້ເຮັດຂອງຫວານກິນກັບເຂົ້າໜຽວ ແລະ ກໍ໋ຍັງມີສັບພະຄຸນຫຼາຍຢ່າງ ສຳລັບການປຸງແຕ່ງເປັນຢາປົວພະຍາດ. ມັນມັກຖືກນຳໃຊ້ເຂົ້າໃນການປິ່ນປົວບາດແຜຕາມຜິວໜັງ ຫຼື ອາການຄັນ ແລະ ເຈັບປວດຕາມຂໍ້. ຢູ່ໃນເທດໄທ ເພີ່ນນຳໃຊ້ກອຍຝານບາງໆເພື່ອລົດຜ່ອນອາການກ້າມເນື້ອທ້ອງປົນ ແລະ ທຳຄວາມສະອາດບາດແຜ. ສານພິດຂອງກອຍ ຖືກໃຊ້ເປັນສານທາຫົວຫອກ ແລະ ເບ່ື່ອປາ. ຢູ່ປະເທດອິນເດຍ ເພີ່ນໄດ້ນຳໃຊ້ສຳລັບເບື່ອເສືອ ດ້ວຍການເອົາໄປເຊື່ອງຊ້ອນໄວ້ໃນຊາກສັດທີ່ເສືອກິນ. ທີ່ມາເລເຊຍ ກອຍໄດ້ຖືກນຳໃຊ້ເປັນຢາຕ້ານເຊື້ອ ແລະ ນອກຈາກນັ້ນ, ກອຍກໍ່ຍັງມີ ຄຸນສົມບັດໃນການປ້ອງກັນບົ້ງແມງອີກດ້ວຍ.

ການປະກອບສ່ວນ