ກໍ່ເດືອຍ / Chestnut
APA 6th ed. ກໍ່ເດືອຍ / Chestnut. (2021, August 26). Retrieved from https://www.phakhaolao.la/kb/0000009
MLA 8th ed. ກໍ່ເດືອຍ / Chestnut. Pha Khao Lao, 26 August 2021, https://www.phakhaolao.la/kb/0000009.
Chicago 17th ed. Pha Khao Lao. 2021. "ກໍ່ເດືອຍ / Chestnut." Published August 26, 2021. https://www.phakhaolao.la/kb/0000009.
Castanea indica Roxb.
Quercus dubia Lindl. ex Wall.
Quercus indica (Roxb. ex Lindl.) Drake
ກໍ່ເກີດ, ກໍ່ຍາວ, ກໍ່ສົ້ມ (ຊຽງຂວາງ),
ກໍ່ເກັດ, ກໍ່ລະໄກ, ກໍ່ລວຍ, ກໍ່ຕັ້ງ.
ໄທ: ກໍເລີນ, ກໍ່ເຂົ້າ, ກໍຮັງ, ກໍຕີ, ກໍລິມ, ກໍຢົນ, ກໍຫຼວງ, ກໍໝູ.
ຫວຽດນາມ: ໄກອູນໂດ, ໄກອອຍ.
ຈີນ: ຢິນດູຊຸຍ.
ອັງກິດ: chestnut."
ເປັນພືດທີ່ຕ້ອງການແສງສະຫວ່າງ, ໃບຂຽວຕະຫຼອດປີ; ມີເຮືອນຍອດດົກໜາ; ຄວາມສູງຂອງຕົ້ນໄມ້ລະຫວ່າງ 20-25 ມ; ໜ້າຕ້າງພຽງເອິກ ໃຫຍ່ເຖິງ 1 ມ; ເປືອກເປັນຮ່ອງເລິກ ມີສີນ້ຳຕານແກ່; ໃບໜາ, ລຽບ, ມີຂອບໃບເປັນແຂ້ວເລື່ອຍ, ຂະໜາດຂອງແຜ່ນໃບ 10-25 x 5-8 ຊມ ເກີດເປັນຈຸ້ມ ປະມານ 14-20 ຄູ່. ໃບອ່ອນມີຂົນ ແລະ ມີສີແດງແກມມ່ວງ. ຊໍ່ດອກແມ່ ມີສີຂຽວອ່ອນຫາ ສີເຫຼືອງຈືດ, ມີຄວາມຍາວ 40 ຊມ. ຊໍ່ດອກຜູ້ມີສີຂຽວອ່ອນ. ພົ້ວໝາກດົກໜາ ຍາວ 15-30 ຊມ, ໝາກຂ້ອນຂ້າງມົນ ຂະໜາດ ປະມານ 0.6-1.3 x 1.5- 1.8 ຊມ ຕັ້ງຂຶ້ນຊື່ ຫຼື ໂຄ້ງລົງເປັນພົ້ວ ແລະ ມີກາບຫຸ້ມເປັນໜາມທີ່ຍາວ 1.5 ຊມ, ເມື່ອແກ່ ຈະແຕກແຫຼ່ງເປັນ 4 ປ່ຽງ. ແຕ່ລະໝາກມີ 1 ແກ່ນ ຂະໜາດເສັ້ນຜ່າສູນກາງ 0.5 ຊມ ສີຕັບໝູແກມເຫຼືອງ ແລະ ມີຂົນຫຼາຍ.
ແກ່ນຂອງມັນກິນໄດ້ ແລະ ເປືອກກໍອຸດົມສົມບູນດ້ວຍສານຝາດ ທີ່ໃຊ້ສຳລັບຟອກໜັງ. ເນື້ອໄມ້ກໍ່ເໝາະສົມທີ່ສຸດໃນການເຮັດຟືນ, ເຮັດຖ່ານ ແຕ່ກໍມີການນຳໃຊ້ເຂົ້າໃນການປຸກສ້າງເຮືອນຊານຄືກັນ.