ສີສຽດ / Burma Mahogany

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Pentace burmanica Kurz / Malvaceae
ຊື່ພ້ອງ
ຊື່ອື່ນ
ໄທ: ສີສຽດ, ສີສຽດເປືອກ, ບີ, ສີສຽດອົມ.
ກໍາປູເຈຍ: ທີກາ, ທິດ, ກາຊິດ, ທິດສໍ.
ອັງກິດ: Burma mahogany.
ບັນຍາຍລັກສະນະພືດສາດ

ຕົ້ນສີສຽດ ເປັນຕົ້ນໄມ້ສູງ 5-15 ມ, ໜ້າຕ້າງ 20-50 ຊມ, ສ່ວນໃຫຍ່ມັກເປັນພຶງ. ເປືອກເປັນສີໝົ່ນ ໜາປະມານ 2 ຊມ, ເປືອກຊັ້ນໃນ ເປັນສີແດງຊ້ຳ ມີຢາງໜຽວສີແດງ. ກິ່ງງ່າ ແລະ ສ່ວນອື່ນໆທີ່ຍັງອ່ອນ ເປັນສີນ້ຳຕານປົນແດງ ແລະ ມີຂົນ. ໃບຮູບໄຂ່, ອ່ອນນຸ້ມ, ມີຂະໜາດ 8 -15 x 4-8 ຊມ, ກ້ອງໃບສີຂຽວອ່ອນ, ຂອບໃບເປັນຄື້ນ, ກ້ານ ແລະ ກ່າງໃບ ມີຂົນ. ຊໍ່ດອກ ມີຂະໜາດ ຄວາມຍາວ 5-10 ຊມ, ສີຂາວ, ມີຂົນ, ດອກເປັນຮູບລະຄັງ, ແຕ່ລະດອກມີຂະໜາດ 5 ມມ. ໝາກເປັນແຄັບຊູນ ມີ 5 ປີກ, ຂະໜາດຂອງໝາກ ຍາວ 4-5 ຊມ ແລະ ກວ້າງ 5-5.5 ຊມ, ແກ່ນມີຂະໜາດ 1-1.5 ຊມ ແລະ ມີຂົນ.

ບັນຍາຍການນຳໃຊ້

ເປືອກຂອງສີສຽດ ທີ່ບັນຈຸມີສານຝາດ ຢ່າງຫຼວງຫຼາຍ ເປັນສ່ວນປະກອບຫນຶ່ງ ທີ່ຜູ້ເຖົ້າຜູ້ແກ່ໃນສປປ ລາວ ແລະ ພາກຕາວັນອອກສ່ຽງເໜືອຂອງໄທ ໃຊ້ປະສົມໃນການຄ້ຽວໝາກ ຊຶ່ງເຊື່ອກັນວ່າມັນຊ່ວຍໃຫ້ແຂ້ວໝັ້ນ. ໄມ້ຂອງຕົ້ນສີສຽດ ກໍ່ມີທາດຝາດສູງເໝືອນກັນກັບຢູ່ເປືອກ ຊຶ່ງໃຊ້ເປັນຢາພື້ນເມືອງ ແລະ ໃຊ້ຟອກໜັງ. ເປືອກຍັງຖືກໃຊ້ເຮັດສີຍ້ອມທຳມະຊາດ ອີກດ້ວຍ.

ການປະກອບສ່ວນ