ເຄືອແຫມ / Berberine

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Coscinium fenestratum (Goetgh.) Colebr. / Menispermaceae
ຊື່ພ້ອງ
Coscinium maingayi Pierre
Coscinium miosepalum Diels
Coscinium peltatum Merr.
Coscinium usitatum Pierre
Coscinium wallichianum Miers
Coscinium wightianum Miers ex Diels
Menispermum fenestratum Gaertn.
Pereiria medica Lindl.
ຊື່ອື່ນ
ໄທ: ເຄຣືອແຫມ, ຂະໝິນເຄືອ, ແຫມມະຫັດສະຈັນ.
ຫວຽດນາມ: ເດ ວັງ ດັງ, ວັງ ດັງ ລາຕຣັງ, ບໍເອດັງ, ດັງ ກວຽງ, ເດໂມນັງ, ໂກ ຕຣອງ, ໂຕ ຣົງ.
ອັງກິດ: Berberine, ceylon/false calumba, calumba root, tumeric tree, columbo wood.
ບັນຍາຍລັກສະນະພືດສາດ

ເຄືອແຫມເປັນປະເພດເຄືອເລືອ, ຄວາມຍາວ 25-30 ມ ແລະ ມີໜ້າຕ້າງ 6-7 ຊມ. ຍອດຂອງມັນໂຄ້ງ ແລະ ລຳຕົ້ນ ພອງສະຫຼັບກັບແວບເປັນຍ່ານໆ, ສະໝ່ຳສະເໜີ. ສ່ວນນອກຂອງເປືອກເປັນສີມົ່ນ,  ເປັນເກັດ  ແລະ ດ້ານໃນຂອງເປືອກເປັນສີເຫຼືອງ, ມີລົດຊາດຂົມ. ເນື້ອໄມ້ເວລາຕັດອອກຈະເປັນສີເຫຼືອງແຈ້ງມີນ້ຳສີເຫຼືອງອອກມາ ແລະ ຖ້າຜ່າຕາມລວງຍາວຈະເຫັນເສັ້ນແຜ່ອອກຈາກສູນກາງຂອງລຳ. ໃບຂອງມັນຍາວ ປະມານ 9-15 ຊມ ແລະ ກວ້າງ 6-8 ຊມ, ພື້ນໃບມີສີຂຽວຈືດ. ຊໍ່ດອກເກີດຈາກຂໍ້ຕາມລຳຕົ້ນ, ມີດອກສີຂຽວອ່ອນປົນສີເຫຼືອງ ແລະ ລຽບ, ປາຍມົນ. ໝາກມີເນື້ອ ເສັ້ນຜ່າກາງ ປະມານ 3 ຊມ, ມີສີນ້ຳຕານ ຫາສົ້ມເກີດເປັນພວງ 10-20 ໜ່ວຍ. ການຈຳແນກຄວາມແຕກຕ່າງລະຫວ່າງ ສະກຸນຕໍ່ສະກຸນ ແມນ່ເບິ່ງຈາກເສັ້ນ ກາງໃບ ຄື ສະກຸນ Cocinium ມີເສັ້ນໃບທັງໝົດເລີ່ມຈາກຖານໃບ (ຈາກໂຄນຂອງໃບ) ແລະ ສະກຸນ Fibraurea ມີເສັ້ນໃບອອກຈາກໂຄນຂອງກ່າງກາງຈຸດດຽວ. ຄົນລາວໄດ້ຈຳແນກຄຸນນະພາບຂອງເຄືອແຫມຕາມຊະນິດ ແລະ ຕາມເພດ ເຊັ່ນ ຕົ້ນຜູ້ ແລະ ຕົ້ນແມ່. ປະຈຸບັນ ຍັງມີການສຶກສາຄົ້ນຄວ້າຕື່ມຢູ່ກ່ຽວກັບການຈຳແນກຊະນິດດັ່ງທີ່ກ່າວ.

ບັນຍາຍການນຳໃຊ້

ລຳ ແລະ ຮາກ ຂອງແຫມໄດ້ນຳມາສະກັດ ເປັນຢາປົວບາດແຜ, ພະຍາດທ້ອງບິດ ແລະ ຟື້ນຟູແມ່ລູກອ່ອນຫຼັງໃຫ້ກຳເນີດລູກ. ສານສະກັດເບີເບຣນີ  ຈາກເຄືອແຫມ ເປັນຢາທີ່ຄົນນິຍົມໃຊ້ກັນຫຼາຍ ສຳລັບປົວພະຍາດຖອກທ້ອງ ແລະ ຂ້າແມ່ທ້ອງ. ມັນເຮັດໃຫ້ມີປະຕິກິລິຍາໂຕ້ຕອບ ທີ່ມີປະສິດທິພາບຕໍ່ກັບບັກເຕເຣຍ, ເຊື້ອລາ, ຢິດສ໌, ໄວຣັດ ແລະ ຕົວຕືກ ພ້ອມມີຄຸນສົມບັດຕ້ານກັບມະເຮັງ, ພະຍາດເບົາຫວານ ແລະ ຕັບອັກເສບ. ລຳຂອງແຫມ ຍັງສາມາດນຳມາໃຊ້ເຮັດເປັນສີເຫຼືອງຍ້ອມຜ້າຄ້າຍຄືກັນກັບຂີ້ໝີ້ນ.

ການປະກອບສ່ວນ