ຜັກຂະແຍງ / Finger grass
APA 6th ed. ຜັກຂະແຍງ / Finger grass. (2021, August 27). Retrieved from https://www.phakhaolao.la/kb/0000004
MLA 8th ed. ຜັກຂະແຍງ / Finger grass. Pha Khao Lao, 27 August 2021, https://www.phakhaolao.la/kb/0000004.
Chicago 17th ed. Pha Khao Lao. 2021. "ຜັກຂະແຍງ / Finger grass." Published August 27, 2021. https://www.phakhaolao.la/kb/0000004.
ວຽດນາມ: ລັງບົມນາຍ, ມົດວຸງໂຣ, ໂຣໂຍ, ໂຣອົມ.
ກຳປູເຈຍ: ມາອົມ, ປຣາມັດເດພະນົມ.
ຈີນ: ຊີລົງເວ.
ອັງກິດ: finger grass, rice paddy herb, sparrow herb.
ຜັກຂະແຍງ ເປັນພືດນ້ຳຊະນິດໜື່ງ, ທີມີຫຼາຍ, ມີຄວາມຍາວປະມານ 0.1-1 ມ. ໃບເປັນຮູບຫອກ ມີຂະໜາດ 2-7 x 5-15 ມມ, ເກີດເປັນຊັ້ນ, ຊັ້ນລະ 3 ໃບ, ຂອບໃບເປັນລັກສະນະແຂ້ວເລື່ອຍ. ດອກບາງຄັ້ງເກີດເປັນຊໍ່ຍາວ, ດອກມີສີຟ້າ, ແຕ່ລະດອກ ຄວາມຍາວປະມານ 1-1.3 ຊມ. ໝາກເປັນ ຮູບໄຂ່, ຂະໜາດ 6 x 3 ມມ ບັນຈຸມີຫຼາຍແກ່ນ, ແຕ່ລະແກ່ນ ຍາວ 0.5 ມມ.
ຍອດອ່ອນ ແລະ ໃບຂອງຜັກຂະແຍງ ມີກິ່ນຫອມ ແລະ ສາມາດກິນດິບກັບປາແດກ ຫຼື ແຈ່ວໄດ້, ທັງສາມາດນຳມາປະກອບເປັນເຄື່ອງປຸງກິ່ນ ແລະ ລົດຊາດຂອງອາຫານປະເພດແກງຕ່າງໆ ໂດຍສະເພາະ ແມ່ນແກງໜໍ່ໄມ້. ໃບຂອງມັນມີສັບພະຄຸນປິ່ນປົວອາການເບື່ອເມົາ ແລະ ການເຈັບປວດໄດ້ ແລະ ມີການເຊື່ອກັນວ່າ ສາມາດປ້ອງກັນມະເຮັງໄດ້. ສຳລັບລຳຕົ້ນເປັນຢາກິນເຂົ້າແຊບ, ກຳຈັດນ້ຳເມືອກ ຫຼື ນ້ຳຢາງເຫຼືອງ, ປິ່ນປົວອາການໄຂ້, ຂ້າພະຍາດລຳໄສ້, ປະຈຳເດືອນ ບໍ່ປົກກະຕິ, ແກ້ພະຍາດທ້ອງບິດ, ພະຍາດຕີນຊ້າງ ແລະ ຊ່ວຍຍ່ອຍອາຫານ