ຜັກກະເດົາ / Margosa Tree
APA 6th ed. ຜັກກະເດົາ / Margosa Tree. (2021, September 7). Retrieved from https://www.phakhaolao.la/kb/0000003
MLA 8th ed. ຜັກກະເດົາ / Margosa Tree. Pha Khao Lao, 7 September 2021, https://www.phakhaolao.la/kb/0000003.
Chicago 17th ed. Pha Khao Lao. 2021. "ຜັກກະເດົາ / Margosa Tree." Published September 7, 2021. https://www.phakhaolao.la/kb/0000003.
Antelaea canescens Cels ex Heynh.
Antelaea javanica Gaertn.
Azadirachta indica subsp. vartakii Kothari, Londhe & N.P.Singh
Melia azadirachta L.
Melia fraxinifolia Salisb.
Melia hasskarlii K.Koch
Melia indica (A.Juss.) Brandis
Melia japonica Hassk.
Melia parviflora Moon
Melia pinnata Stokes
ວຽດນາມ: ໂສໂດ, ກອດອານ, ຊວນເດົາ.
ມຽນມາ: ຕາມາກຄາ, ທີນໂບໂຮ, ຕາມາ.
ກຳປູເຈຍ: ສະເດົາ, ສະລຽນ.
ຈີນ: ກັນລຽນສູ.
ອັງກິດ: neem, nim, Indian lilac, margosa tree, white cedar, cornucopia.
ຕົ້ນກະເດົາ ເປັນຕົ້ນໄມ້ຂະໜາດກາງ ທີ່ມີລຳຕົ້ນຊື່. ຕົ້ນໄມ້ຈະເລີ່ມແຕກງ່າຊີ້ຂື້ນເທິງ ເມື່ອມີຄວາມສູງໄດ້ 2-5 ມ ແລ້ວແຜ່ກິ່ງງ່າ, ກ້ານສາຂາທີ່ດົກໜາ ເປັນຊົງຟຸ່ມມົນຮູບໄຂ່. ລຳຕົ້ນສູງປະມານ 15-25 ມ ແລະ ໜ້າຕ້າງພຽງເອິກຮອດ 1 ມ. ມັນມີເປືອກໜາ ແຕກເປັນຮ່ອງ. ໃບເປັນໃບປະສົມຍາວ ປະມານ 24 ຊມ, ປະກອບດ້ວຍໃບຍ່ອຍ ຫົກຫາເຈັດຄູ່, ຂອບໃບຍ່ອຍຄ້າຍຄືແຂ້ວເລື່ອຍ, ຂະໜາດຂອງໃບຍ່ອຍ ແຕ່ລະໃບ ປະມານ 6-8 x 2-3 ຊມ. ໃບອ່ອນ ມີສີແດງອ່ອນ. ຕົ້ນກະເດົາມີຊໍ່ດອກ ຢ່າງຫຼວງຫຼາຍ ແລະ ມີດອກສີຂາວ ເກີດເປັນຈຸ້ມ ມີກິ່ນຫອມ, ແຕ່ລະດອກມີຂະໜາດຄວາມຍາວ 5-6 ມມ. ມັນເລີ່ມເກີດດອກອອກ ໝາກໄດ້ ແຕ່ອາຍຸ 3-5 ປີ ແລະ ຈະໃຫ້ຜົນຜະລິດເຕັມທີ່ເມື່ອອາຍຸໄດ້ 10-12 ປີ. ໝາກຂອງມັນເປັນໝາກມີເນື້ອກົມມີແກ່ນດຽວ ແລະ ຫຸ້ມດ້ວຍນວນທີ່ນ້ຳຫຼາຍ. ແກ່ນຂອງມັນບໍ່ສາມາດຈະເກັບຮັກສາໄວ້ດົນໄດ້ ສະນັ້ນ, ຄວນຮີບນຳໄປກ້າ ຫຼື ປູກໃຫ້ໄວເທົ່າທີ່ໄວໄດ້.
ໄມ້ຊະນິດນີ້ ເຊື່ອກັນວ່າເປັນພືດສະເພາະຖິ່ນຂອງປະເທດມຽນມ້າ ແລະ ອິນເດຍ. ສາມາດປິ່ນປົວພະຍາດໄດ້ ເປັນ 1,000 ຢ່າງ. ຢູ່ໃນລາວ ຜັກກະເດົາສ່ວນຫຼາຍໃຊ້ແຕ່ດອກ ແລະ ໃບອ່ອນເພື່ອກິນເປັນຜັກກັບລາບ ທີ່ເປັນອາຫານຈານແຊບ ຂອງລາວເຮົາ. ໝາກຂອງມັນນັ້ນມີລົດຫວານ ແລະ ກິນໄດ້. ສ່ວນໃບ ແລະ ແກ່ນນັ້ນ ບັນຈຸມີນ້ຳມັນທີ່ໃຊ້ປາບສັດຕູພືດໄດ້ ພ້ອມທັງມີຄຸນສົມບັດຊ່ວຍຕ້ານພະຍາດເບົາຫວານອີກດ້ວຍ. ນ້ຳມັນທີ່ໄດ້ຈາກໃບ ສາມາດປ້ອງກັນແມງໄມ້ກິນໃບພືດໄດ້ເຖິງ 300 ຊະນິດ ໂດຍທີ່ບໍ່ມີຜົນກະທົບຕໍ່ແມງໄມ້ຈຳພວກປະສົມເກສອນທີ່ເປັນຜົນປະໂຫຍດ ເຊັ່ນ: ເຜີ້ງເປັນຕົ້ນ ແລະ ພາຍຫຼັງທີ່ນຳໄປປຸງແຕ່ງບາງຂັ້ນຕອນມັນກໍ່ສາມາດໃຊ້ໃນອຸດສາຫະກຳຜະລິດສະບູ, ຢາສີຟັນ, ນ້ຳມັນລໍ່ລຶ່ນ ແລະ ເຄື່ອງສຳອາງຕ່າງໆໄດ້. ສ່ວນເປືອກນັ້ນ ກໍ່ບັນຈຸມີສານຝາດ, ເສັ້ນໄຍສຳລັບເຮັດເຊືອກ ແລະ ຢາງສຳລັບເຮັດກາວໜຽວ. ນອກຈາກນັ້ນ, ເປືອກກໍ່ຍັງຖືກນຳໃຊ້ເພື່ອການປຸງແຕ່ງຢາ ເຊັ່ນ: ຢາປ້ອງກັນໄຂ້ຍູງ, ສ່ວນໃບກໍ່ນຳໃຊ້ເຂົ້າໃນການເຮັດຝຸ່ນຂຽວ, ເປັນວັດສະດຸປົກຄຸມຂຸມປູກໄມ້ ແລະ ບາງເທື່ອກໍ່ໃຊ້ເພື່ອເປັນອາຫານສັດ. ຖ້າວ່າເອົາແຊ່ນ້ຳປະສົມກັບເຄືອເຂົາຮໍ (Tinospora crispa) ແລ້ວ ສາມາດໃຊ້ເປັນຢາປ້ອງກັນພະຍາດຂອງສັດປີກໄດ້.