ການປະມົງຂະໜາດນ້ອຍມີຄວາມສໍາຄັນຫລາຍ ຢູ່ພາຍໃນເຂດພາກເໜືອ ຂອງ ສປປ ລາວ, ເພາະວ່າ ປະຊາຊົນບັນດາເຜົ່າໃນເຂດຊົນນະບົດ ຍັງພາກັນເພິ່ງພາອາໃສປາທໍາມະຊາດຈາກບັນດາສາຍຫ້ວຍຕ່າງໆ ເປັນຫລັກເຂົ້າໃນການດໍາລົງຊີວິດເປັນຕົ້ນຕໍຢູ່. ເຖິງແນວໃດກໍຕາມ, ນັບແຕ່ຫລາຍປີຜ່ານມາ, ແມ່ນໄໄດ້ມີຄວາມກົດດັນເພີ້ມຂຶ້ນຈາກການຫາປາຂອງມະນຸດ, ເພາະວ່າ ພົນລະເມືອງໃນເຂດຊົນນະບົດມີຈໍານວນເພີ້ມຂຶ້ນ ຈຶຶ່ງໄດ້ມີການຫາປາເປັນຈໍານວນຫລາຍຂຶ້ນເກີນຂອບເຂດ ເພື່ອເປັນອາຫານບໍລິໂພກພາຍໃນຄອບຄົວ ແລະ ຂາຍອອກເພື່ອເອົາເງິນ ໂດຍມີການນໍາໃຊ້ລະເບີດ (ໝາກຟ້າ), ຢາເບື່ອ ແລະ ໄຟຟ້າຊ໋ອດ. ພ້ອມນັ້ນ ກໍຍັງມີການຫາປາໃນລະດູປາວາງໄຂ່, ນໍ້າມີການປົນເປື້ອນມົນລະພິດຈາກການນໍາໃຊ້ຢາເຄມີຂ້າຫຍ້າ ແລະ ປາບສັດຕູພືດເຂົ້າໃນການປູກຝັງ, ຈາກການຂຸດຄົ້ນແຮ່ທາດ ແລະ ຈາກການບຸກລຸກທໍາລາຍແຫລ່ງທີ່ຢູ່ອາໃສຂອງສັດນໍ້າຕ່າງໆ ຊຶ່ງທັງໝົດເປັນເຫດໃຫ້ຈໍານວນປະຊາກອນປາຫລຸດລົງ ແລະ ບາງຊະນິດພັນກໍຖືກທໍາລາຍສູນຫາຍໄປປແລ້ວກໍມີ. ເພາະສະນັ້ນ, ຊາວບ້ານຕ່າງໆ ຈຶ່ງໄດ້ພາກັນສ້າງວັງສະຫງວນຂຶ້ນມາແບບປະເພນີ ແລະ ຍັງຈໍາກັດຢູ່ແຕ່ໃນບາງທ້ອງຖິ່ນເທົ່ານັ້ນ ເພື່ອໃຫ້ເປັນຊັບສົມບັດລວມຂອງບ້ານ ທີ່ມີການຄຸ້ມຄອງໂດຍຊຸມຊົນເອງ ຫລື ບາງບ່ອນກໍເຮັດເປັນສະຖານທີ່ວັງສັກສິດກໍມີ.
ການພັດທະນາສ້າງວັງສະຫງວນ ບໍ່ແມ່ນມີົນດີແຕ່ ຕໍ່ກັບ ການອານຸລັກຊີວະນາໆພັນທາງນໍ້າພຽງຢ່າງດຽວເທົ່ານັ້ນ, ແຕ່ມັນຍັງເປັນການປັບປຸງການໂພຊະນາການຂອງຊາວບ້ານຫລາຍຄົນໃນເຂດຊົນນະບົດອີກດ້ວຍ, ແລະ ມັນຍັງເັນການບູລະນະຮັກສາຕາຝັ່ງນໍ້າ ຫລື ຊີວະນາໆພັນກະສິກໍາຕາມແຄມນໍ້າ, ລະບົບນິເວດ ແລະ ເຂດປ່າໄມ້ທີ່ເປັນແຫລ່ງນໍ້າທໍາມະຊາດ ທີ່ແນ່ນອນທີ່ສຸດແລ້ວກໍແມ່ນເປັນການສະໜອງລາຍຮັບເພີ້ມ ແລະ ໂອກາດໃນການເຮັດອາຊີບຄົງທີ່ ຊຶ່ງຍັງສາມາດິດພັນກັບການບໍລິການດ້ານອຸດສາຫະກໍາທ້ອງທ່ຽວໄດ້ນໍາອີກດ້ວຍ.