ຍຸດທະສາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030

01 Dec 2021 Authors: ກອງເລຂາຮ່າງຍຸດທະຍາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ
ຍຸດທະສາດ

ເພື່ອຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ x ຂອງພັກປະຊາຊົນປະຕິວັດລາວ ລັດຖະບານແຫ່ງ ສປປ ລາວ ໄດ້ສ້າງວິໄສທັດ 2030 ແລະ ຍຸດທະສາດຕໍ່ໄປໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ 8 (2016-2020). ວິໄສທັດ ແລະ ຍຸດທະສາດ ກໍ່ຄິແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດດັ່ງກ່າວເຊິ່ງໄດກຳນົດທິດທາງ ແລະ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປລາວ, ໂດຍເລັ່ງໃສ່ສືບຕໍ່ພັດທະນາເສດຖະກິດ-ສັງຄົມເພື່ອຫຼຸດພົ້ນຈາກສະຖານະພາບປະທດດ້ອຍພັດທະນາໃນປີ 2020 ແລະ ກາຍເປັນປະເທດກຳລັງພັດທະນາທີ່ມີລະດັບລາຍຮັບປາຍກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ຕາມທິດສີຂຽວ-ຍີນຍົງ. ສະພາແຫ່ງຊາດຊຸດທີ່ 8 ໄດ້ຮັບຮອງເອົາວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດດັ່ງກ່າວໃນກອງປະຊຸມຄັ້ງປະຖົມມະລຶກໃນລະຫວ່າງວັນທີ 20-22 ເມສາ 2016 ທີ່ ນະຄອນຫຼວງວຽງຈັນ.

ການປະກອບສ່ວນ