“ນາລວມໝູ່” ວິຖີການເຮັດນາໃນອາດີດ

bouavone thipphavanh
ພູມປັນຍາທ້ອງຖິ່ນ
www.phakhaolao.la

ຜີບ້າໄປກ່ອນ ຫູໜວກຢູ່ກາງ ຕາຟາງນໍາກົ້ນ ເມື່ອກ່ອນກໍຄືປັດຈຸບັນ ການເຮັດໄຮ່ໄຖນາ ເປັນອີກໜຶ່ງອາຊີບທີ່ໄດ້ປະຕິບັດສຶບທອດກັນມາແຕ່ດຶກດໍາບັນຈົນເຖິງປັດຈຸບັນ ໃນເມື່ອກ່ອນປະຊາຊົນຈະພ້ອມພຽງຮຽງໜ້າກັນ ເຮັດນາລວມກັນເອີ້ນວ່າ ນາລວມໝູ່.

ເມື່ອຮອດລະດູຝົນແລ້ວປະຊາຊົນທຸກຄົວເຮືອນຈະພ້ອມພຽງຮຽງໜ້າກັນເອົາຄວາຍທີ່ຄອນໄວ້ (ລ້ຽງແຍກໄວ້) ໄປລົງນາເພື່ອທີ່ຈະໄດ້ໄຖ່ນາ ໂດຍຜູ້ຊາຍກໍຈະແບ່ງປັນກັນເປັນຈຸ (ເປັນກຸ່ມ) ໄຖ່ນາ ໃນສະໄໝນັ້ນເພິ່ນກໍຈະນິຍົມກັນເອົາຄວາຍເປັນຍານພາຫະນະ ປະຊາຊົນຈະ ພ້ອມພຽງຮຽງໜ້າຊ່ວຍເຫຼືອກັນແຕ່ ດໍານາຈົນເຖິງກ່ຽວເຂົ້າ ຫຼັງຈາກນັ້ນ ກໍນໍາເຂົ້າໄປໂຮມໄວ້ບ່ອນດຽວກັນ ເຊິ່ງປະຊາຊົນມັກຈະເອີ້ນກັນວ່າ ກອງເຂົ້າ ຫຼັງນັ້ນກໍຈະຮອດຂັ້ນຕອນໃນການຕີເຂົ້າ ຫຼັງຈາກທີ່ຕີເຂົ້າໄດ້ເມັດເຂົ້າເປືອກມາເປັນທີ່ຮຽບຮ້ອຍແລ້ວ ຫົວໜ້າໝູ່ ຜູ້ທີ່ໄດ້ຮັບການເລືອກຕັ້ງ ເຫັນດີເຫັນພ້ອມຈາກທຸກຄົນທີ່ແຕ່ງຕັ້ງມານັ້່ນກໍຈະເປັນຜູ້ແບ່ງປັນໃຫ້ຕາມຄົວເຮືອນ ໂດຍຈະແບ່ງຕາມແຕ່ລະຫົວຄົນຂອງຄົນໃນຄົວເຮືອນ.

ໃນເມື່ອກ່ອນເພິ່ນຍັງເຮັດນາໄປຕາມແຕ່ຂັ້ນຕອນ ຕາມຮີດຕາມຄອງຄັກແນ່ຄື ຮອດມື້ຂຶ້ນ 3 ຄ່ຳ ເດືອນ 3 ກໍຈະພາກັນຫາບເອົາຝຸ່ນຂີ້ງົວຂີ້ຄວາຍຢູ່ຄອກໄປເທໃສ່ແຕ່ລະໄຮ່ນາ ຖືກັນມາວ່າ ເປັນວັນຟ້າໄຂ (ເປີດ) ປະຕູຝົນ ຈະມີສຽງຟ້າຮ້ອງ ຟ້າໄຂປະຕູຝົນ.

ມາຮອດປັດຈຸບັນ ເນື່ອງຈາກມີເຄື່ອງມືທໍາການຜະລິດທີ່ທັນສະໄໝ ໃຊ້ເຄື່ອງຈັກເຂົ້າຊ່ວຍໃນການເຮັດນາ ປະຊາຊົນເລີ່ມຫັນຈາກການເຮັດນາພໍກຸ້ມຕົນເອງມາສູ່ການເຮັດນາເພື່ອເປັນສິນຄ້າຫຼາຍຂຶ້ນ ດັ່ງນັ້ນທຸກຄົວເຮືອນກໍຈະມີເນື້ອທີ່ນາຫຼາຍຂຶ້ນ ຈຶ່ງໄດ້ແບ່ງເນື້ອທີ່ນາກັນເຮັດນາຂອງໃຜລາວ ເພື່ອຄວາມສະດວກຫຼາຍຂຶ້ນ.

ພໍເຖິງຍາມຫຼົກກ້າ ດຳນາ ໄຖຄາດນາ ປະຊາຊົນລາວກໍຈະມາຊ່ວຍເຫຼືອກັນເປັນປຶກແຜ່ນແກ່ນສານ ສາມັກຄີ ກົມກຽວກັນ ດ້ວຍຄວາມຈິງໃຈແທ້ ແລ້ວນາເຈົ້າແລ້ວ ກໍໄປຂ້ອຍນາຂ້ອຍ  ເຮັດຄືແນວນີ້ຈົນແລ້ວໝົດທຸກຄອບຄົວ ຫຼັງຈາກທຸກຄອບຄົວສໍາເລັດແລ້ວກໍຈະມັກກິນເຂົ້າຊຸມແຊວກັນຢ່າງມີຊີວິດຊີວາ ດ້ວຍຄວາມເບີກບານມ່ວນຊື່ນ ນັບທັງມື້ເກັບກ່ຽວ, ກອງເຂົ້າ, ຫາບເຂົ້າຂຶ້ນເລົ່າຂຶ້ນເຢຍ.

 

ແຫຼ່ງຂໍ້ມູນ: ແມ່ຊາຍ ອາຍຸ 56 ປີ ປະຊາຊົນ ເມືອງຄໍາ ແຂວງຊຽງຂວາງ

                ຮີດຄອງປະເພນີລາວທີ່ມີມາແຕ່ບູຮານນະການ (ດວງໄຊ ຫລວງພະສີ)

ການປະກອບສ່ວນ