ໝາກນັດກວນ

Andy Souvanhphukdee
ໝາກນັດກວນເປັນຂອງຫວານທີ່ນິຍົມກິນກັບເຂົ້າໜຽວຮ້ອນໆ ຫຼື ຈະກິນກັບເຂົ້າໜົມປັງ ກໍ່ແຊບດີ ແລະ ຍັງສາມາດເກັບໄວ້ໄດ້ດົນອີກດ້ວຍ
ເຮືອນຄົວລາວ
https://www.google.com/url?sa=i&source=images&cd=&cad=rja&uact=8&ved=2ahUKEwixhJbiubvjAhUBfbwKHRnPAV4Qjhx6BAgBEAM&url=http%3A%2F%2Fwww.filipinofoodstore.com%2Frecipes%2Fpineapple-jam.html&psig=AOvVaw2JTvrvsZNbzECuvysagQlA&ust=1563434973759347
Filipino Food Store

ເຄື່ອງປະກອບ
  •  ໝາກນັດ 1 ກິໂລກຼາມ
  •  ນ້ຳຕານຊາຍ 200 ກຼາມ
  •  ເກືອ ½ ບ່ວງກາເຟ

https://keelings.ie/our-products/pineapples/
keelings.ie

ວິທີີປຸງແຕ່ງ
  1.  ປອກເປືອກ ໝາກນັດອອກໃຫ້ໝົດ, ລ້າງນ້ຳໃຫ້ສະອາດ    
  2.  ຊອຍເປັນຕ່ອນນ້ອຍໆ ແລ້ວນຳໄປປັ່ນໃຫ່ມຸ່ນລະອຽດ, ບີບເອົານ້ຳອອກໃຫ້ໝົດ
  3.  ນຳໝາກນັດໃສ່ໝໍ້ ຄ້າງໄຟອ່ອນໆ, ໃສ່ເກືອ ແລະ ນ້ຳຕານຊາຍ. ໃຊ້ໄມ້ຄົນໃຫ້ເຂົ້າກັນຈົນທົ່ວ ຫຼື ຂ້ຽວຈົນໝາກນັດເລີ່ມໜຽວ ແລະ ມີສີເຂັ້ມຂຶ້ນ, ໃຊ້ເວລາໃນການກວນປະມານ 1 ຊົ່ວໂມງ ຫຼື ຈົນກ່ວາໝາກນັດຈະມີສີເຂັ້ມ
  4.  ເມື່ອເຫັນວ່າໝາກນັດມີສີເຫຼືອງເຂັ້ມເນື້ອໜຽວແລ້ວ ປົງລົງປະໄວ້ໃຫ້ເຢັນ
  5.  ບັນຈຸໃສ່ກະປຸກ ຫຼື ຖົງຢາງ ອັດໃຫ້ແໜ້ນ

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ການປະກອບສ່ວນ