ໄຄແຜ່ນຈືນ

Andy Souvanhphukdee
ໄຄແຜ່ນຈຶນ ອາຫານເຊົ້າອັນແຊບຊ້ອຍ ທີ່ມີຄຸນຄ່າທາງໂພສະນາການທີ່ສຸດເຊັ່ນ ວິຕາມິນ, ແຮ່ທາດ, ໂປຼຕີນ ແລະ ເສັ້ນໄຍພືດ
ເຮືອນຄົວລາວ
file:///C:/Users/TABI_Spare/Desktop/Food%20from%20N%20Laos%20pdf%20(2019)no%20security.pdf
Kees Sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ແມ່ນ້ຳ ໃນຫຼວງນ້ຳທາຈະໄຫຼເຢັນ, ແຮງ ແລະ ສະອາດໃນຊ່ວງຕົ້ນປີ ຄືເດືອນມັງກອນ ຫາ ເດືອນມີນາ ເຊິ່ງເຮັດໃຫ້ເກີດມີວັດຊະພືດ “ໄຄ”ຍາວເຖິງ 50-200 ຊມ ຕາມກ້ອນຫີນໃນແມ່ນ້ຳ.

ຊາວບ້ານໃນຫຼວງນ້ຳທາ ເກັບໄຄຈາກກ້ອນຫີນ ມາລ້າງຈົນສະອາດ ແລ້ວນຳໄປກະຈາຍ ໃສ່ໄມ້ໃຜ່ຈົນແຫ້ງ. ຕົ້ມໝາກຂາມ ແລະ ເກືອຕາມດ້ວຍເຄື່ອງປຸງຕ່າງໆ ເພື່ອນຳໄປປະສົມກັບໄຄ, ພິເສດໃນຫຼວງນ້ຳທາຈະໃສ່ນ້ຳຂີງ ເປັນເຄື່ອງເທດ ປະສົມກັບໄຄໃຫ້ທົ່ວເຖິງດ້ວຍຄວາມຕັ້ງໃຈ.

ຫຼັງຈາກທີ່ໂຮຍໜ້າດ້ວຍ ໝາກງາ, ຂ່າຊອຍ, ໝາກເລັ່ນຊອຍ, ຫົວຜັກບົ່ວ ແລະ ກະທຽມ ແລ້ວ ໃຫ້ນຳໄປຕາກແດກ 1-2 ມື້ ຈົນກວ່າຈະແຫ້ງ, ສາມາດເກັບໄຄແຜ່ນທີ່ແຫ້ງແລ້ວໄວ້ດົນ ເພື່ອຮັບປະທານໄດ້ຕາມຕ້ອງການ. ຄວນຕັດເປັນແຜ່ນນ້ອຍກ່ອນ ຈຶ່ງນຳໄປທອດ ຫຼື ປີ້ງ, ຮັບປະທານເປັນອາຫານເຊົ້າ ກັບເຂົ້າໜຽວ ຈະແຊບສຸດໆ

ພິເສດວິທີປຸງແຕ່ງຂອງເຮືອນພັກທ່າເຮືອ
1. ຕັດໄຄແຜ່ນແຫ້ງ ຍາວ 7 x 14 cm ແລ້ວພັບເຄິ່ງໃສ່ໄມ້ຈິ້ມແຂ້ວ
2. ໃສ່ນ້ຳມັນພືດລົງໃນໝໍ້ ເພື່ອກຽມທອດ, ຫຼັງຈາກນ້ຳມັນຮ້ອນແລ້ວ ໃສ່ໄຄລົງໄປພ້ອມກັນຫຼາຍໆແຜ່ນ ແຕ່ລະແຜ່ນໃຫ້ທອດຂ້າງລະ 3-5 ວິນາທີ (ຖ້າດົນກ່ວານີ້ ຈະເຮັດໃຫ້ມີລົດຊາດຂົມ ແລະ ໄໝ້)
3.  ຮັບປະທານກັບເຂົ້າໜຽວ ຫຼື ເອາະລາມ (ກິນເປັນຂອງວ່າງກັບເຄື່ອງດື່ມບາງປະເພດ)

file:///C:/Users/TABI_Spare/Desktop/Food%20from%20N%20Laos%20pdf%20(2019)no%20security.pdf
kees sprengers (The Boat Landing Cookbook)

ຂໍໍ້ມູນຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ຂໍ້ມູນໂພສະນາການ ໄຄແຜ່ນ 30 g

•  ພະລັງງານ 150 kcal
•  ທາດແປ້ງ 9.0 g
•  ນ້ຳຕານ 0.6 g
•  ໂປຼຕີນ 7.0
•  ໂຊດຽມ 348 mg
•  ໄຂມັນທັງໝົດ 9.2 g
•  ໄຂມັນອີ່ມຕົວ 1.5 g
•  ໄຂມັນ 0.0 g
•  ຄວາມດັນ 0 mg

ຂໍ້ມູນໂພຊະນາການຈາກ ຊຸມຊົນທຸລະກິດໄຄແຜ່ນບ້ານບົມ
 

ການປະກອບສ່ວນ