ແອບບອນ

Andy Souvanhphukdee
ແອບບອນ ເມນູອາຫານທີ່ເຕັມໄປດ້ວຍຄຸນຄ່າທາງໂພຊະນາການ ເພາະປຸ່ງແຕ່ງດ້ວຍໃບເຜືອກ ແລະ ສະມຸນໄພສົດຫຼາກຫຼາຍຢ່າງ
ເຮືອນຄົວລາວ
https://www.eatingthaifood.com/thai-fish-grilled-in-banana-leaf-recipe/
Mark Wiens

ສ່ວນປະສົມ
•  ໃບອ່ອນເຜືຶອກ 1 ກຳມື (ໃບຕິດກ້ານ ຍາວ 12 ຊມ, ກ້ວາງ 1 ຊມ)
•  ຫວາຍສົດ 2 ລຳ
•  ນ້ຳມັນພືດ 4-6 ບ່ວງແກງ
•  ຊີ້ນໝູບົດ 300 g
•  ກະທຽມ 1 ຫົວນ້ອຍ (ຊອຍ)
•  ຫົວຜັກບົ່ວ 1 ½ ຂອງປະລິມານກະທຽມທີ່ໃຊ້
•  ເກືອ ½ ບ່ວງຊາ ຫຼື ນ້ຳປາ 1 ບ່ວງຊາ
•  ນ້ຳແກງ ¼ ຈອກກາເຟ ຫຼື ຄະນໍ ½ ບ່ວງຊາ
•  ໝາກເຜັດດິບ 2 ໜ່ວຍ
•  ຫອມບົ່ວໃບ 1 ມັດນ້ອຍ
•  ຜັກອີ່ຕູ່ 3 ຍອດ
•  ຜັກຊີ 4 ຕົ້ນ
•  ໃບກ້ວວຍ 4 ໃບ ຫຼື ເຈ້ຍເຫຼືອມ(ແຜ່ນກົ່ວ) ຂະໜາດ 35 x 25 cm 
ສຳລັບ 4-6 ຄົນ

ວິທີປຸງແຕ່ງ
1.  ລ້າງໃບ ແລະ ກ້ານເຜືອກໃຫ້ສະອາດ ຕັດຍາວ 12 ຊມ ແລ້ວນຳໄປໜຶ້ງ
2.  ກຽມຫວາຍ, ຖ້າໃຊ້ຫວາຍສົດໃຫ້ແກະເປືອກແຂງດ້ານນອກແກ່ໃຫ້ໝົດ ໃຊ້ພຽງຍອດອ່ອນທາງໃນ ຕັດຍາວ 10 ຊມ, ຖ້າໃຊ້ຫວາຍດອງ ຄວນລ້າງ ແລະ ແຊ່ໃນນ້ຳເຢັນກ່ອນ ເພາະຈະມີລົດຊາດສົ້ມ
3.  ນຳຫວາຍ ໄປໜຶ້ງ ຫຼື ຕົ້ມນ້ຳ 25 ນາທີ
4.  ຕຳກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດໃຫ້ມຸ່ນລະອຽດ
5.  ຄ້າງໝໍ້ ໃສ່ນ້ຳມັນເພື່ອທອດສ່ວນປະສົມຕ່າງໆ ທີ່ຕຳໄວ້, ຖ້າໃສ່ຊີ້ນໝູໃຫ້ເພີ່ມເກືອ ຫຼລື ນ້ຳປາ ແລະ ຄະນໍ, ຖ້າບໍ່ໃສ່ນ້ຳແກງໃຫ້ ໃສ່ຄະນໍແທນ. ຂົ້ວຈົນກ່ວາຊີ້ນຈະສຸກ ຫຼື ປ່ຽນສີ (ໃສ່ນ້ຳແກງ ຖ້າມີ)
6.  ຫຼັງຈາກທີ່ ໜຶ້ງໃບເຜືອກຮຽບຮ້ອຍແລ້ວ ນຳອອກໝໍ້ ປະໄວ້ຈົນກວ່າຈະເຢັນ ເພື່ອນຳໄປຕຳກັບຫວາຍ
7.  ໃສ່ເຄື່ອງປະສົມທີ່ທອດໄວ້ລົງໄປ, ຄົນໃຫ້ເຂົ້າກັນ
8.  ຊອຍຫອມບົ່ວໃບ, ຜັກອີ່ຕູ່ ແລະ ຜັກຊີໃສ່ລົງຄົກ
9.  ຊິມ ແລະ ເພີ່ມລົດຊາດຕາມຕ້ອງການເຊັ່ນ ນ້ຳປາ

ວິທີຫໍ່ແອບບອນ
1.  ນຳໃບກ້ວຍໄປປີ້ງໃສ່ໄຟກ່ອນ ເພື່ອໃຫ້ອ່ອນ ແລະ ພັບງ່າຍ
2.  ນຳສ່ວນປະສົມຕ່າງໆທີ່ຕຳໄວ້ປະມານ 1 ½ ຈອກກາເຟ ໃສ່ ເຄິ່ງກາງຂອງໃບກ້ວຍ ໂດຍປະແຕ່ລະສົ້ນໄວ້ປະມານ 8 ຊມ ເພື່ອພັບເຂົ້າໃສ່ກັນ ໃຫ້ເປັນຫໍ່. ເພີ່ມໃບກ້ວຍໃສ່ອີກ 1 ໃບ ແລ້ວຂັດຕິດດ້ວຍໄມ້
3.  ຫຼັງຈາກຫໍ່ຮຽບຮ້ອຍແລ້ວ ໃຫ້ນຳໄປປີ້ງປະມານ 20 ນາທີ
4.  ແກະອອກຈາກຫໍ່ດ້ວຍຄວາມລະວັງ ເພື່ອຮັກສາຮູບຮ່າງຂອງແອບບ່ອນ ເວລານໍາໄປຮັບປະທານ
ຂໍ້ມູນຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ວີດີໂອຈາກ ShanSongAudio

ການປະກອບສ່ວນ