ແກງຍອດພ້າວ
ແກງຍອດພ້າວ ອາຫານບ້ານນາ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ
- ຍອດພ້າວ 1 ຍອດນ້ອຍ
- ກະດູກໝູຕາມຕ້ອງການ
- ນໍ້າຢານາງ 2 ຖົງ
- ເຫັດຂອນຂາວ 3 ຂີດ
- ຜັກນາງຕູ່ 1 ມັດ
- ຫອມບົ່ວໃບ 1 ມັດ
- ເຂົ້າເບືອ 1 ກຳມື
- ຫົວສີໄຄ 3 ຫົວ
- ໝາກເຜັດດິບ 5 ໝາກ
ວິທີປຸງແຕ່ງ
- ຊອຍຍອດພ້າວຂະໜາດຕາມໃຈມັກ
- ຕົ້ມນໍ້າຢານາງໃຫ້ຟົດດີ ແລ້ວໃສ່ຫົວສີໄຄ ລໍຖ້າ 1-2 ນາທີ ກໍ່ຕາມດ້ວຍກະດູກໝູ,ຕົ້ມໄປເລື້ອຍໆຈົນກວ່າໝູສຸກດີ
- ໃສ່ເຫັດຂອນຂາວ ແລະ ຍອດພ້າວ ຕົ້ມອີກປະມານ 15-20 ນາທີ
- ໃສ່ເຂົ້າເບືອ ແລະ ໝາກເຜັດ, ປຸງລົດຕາມໃຈມັກ ແລ້ວ ກໍ່ຕາມດ້ວຍຜັກນາງຕູ່ ແລະ ຫອມບົ່ວໃບ ຄົນໃຫ້ເຂົ້າກັນ
- ຕັກໃສ່ຖ້ວຍພ້ອມຮັບປະທານ