ເຕັກນິກການປູກຜັກຫວານປ່າ

Sakhone INTHAVONG
ເຜີຍເຕັກນິກການປູກຜັກຫວານປ່າດ້ວຍແກ່ນ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ການຂະຫຍາຍພັນຜັກຫວານປ່າດ້ວຍເແກ່ນມີປະສິດທິພາບຫຼາຍກວ່າວິທີປູກດ້ວຍການຂຸດຈາກປ່າທີ່ສາມາດເຕີບໂຕໄດ້ປະມານ 2-3 ປີກໍຈະຕາຍ ເພາະລຳຕົ້ນທີ່ຂຸດມາບໍ່ມີຮາກແກ້ວ ການປູກດ້ວຍແກ່ນນັ້ນຈະຕ້ອງມີການກຽມຕົ້ນໄມ້ຢືນເສຍກ່ອນເພື່ອເປັນຮົ່ມເງົາເພາະຕົ້ນຜັກຫວານປ່າບໍ່ມັກແສງແດດປານໃດ ໂດຍການປູກໄມ້ທີ່ເຕີບໂຕໄດ້ໄວເຊັ່ນ: ຕົ້ນໝາກຂາມສົ້ມ, ຜັກອີ້ຮຸມ, ຕົ້ນໝາກຂາມເທດ ສຳລັບການປູກດ້ວຍເມັດຈະສາມາດນຳມາຮັບປະທານໄດ້ເມື່ອອາຍຸ 3 ປີຂຶ້ນໄປ.

ການເລືອກ ແລະ ການກ້າແກ່ນ

ຄວນເລືອກເອົາໝາກທີ່ສຸກດີ ແລະ ສົດໃໝ່ເທົ່ານັ້ນ ຫຼັງຈາກນັ້ນໃຫ້ນຳເປືອກຫຸ້ມແກ່ນອອກ ແລ້ວລ້າງແກ່ນໃຫ້ສະອາດໃນຂະນະທີ່ລ້າງຄວນໃນຖົງມື ເນື່ອງຈາກເປືອກທີ່ຫຸ້ມແກ່ນມີສານທີ່ເຮັດໃຫ້ຜິວໜັງຄັນ. ຫຼັງຈາກນັ້ນນຳມາແຊ່ນ້ຳພ້ອມຄັດເອົາເມັດທີ່ຟູນ້ຳອອກໃຫ້ໝົດ ຫຼັງຈາກນັ້ນນຳເມັດທີ່ຈົມນ້ຳຂຶ້ນມາປະໄວ້ໃຫ້ສະເດັດນ້ຳແລ້ວນຳເອົາຢາກັນເຊື້ອລາມາປະສົມ ແລ້ວນຳມາວາງໃສ່ດົ້ງ ຫຼື ຕາໜ່າງ ຄວາມໜາບໍ່ເກີນ 1 ນີ້ວ ຈາກນັ້ນນຳກະສອບປ່ານທີ່ຊຸ່ມນ້ຳພໍປະມານມາປົກຄຸຸມໄວ້ ຈາກນັ້ນຈຶ່ງນຳໄປປະໄວ້ບ່ອນຮົ່ມປະມານ 7-10 ວັນ ແກ່ນຈະແຕກ.

  • ຫຼັງຈາກນັ້ນໃຫ້ໄປກວດເບິ່ງຫາກແກ່ນງອກຮາກອອກປະມານ 2-3 ນີ້ວ ແມ່ນໃຫ້ນຳໄປກ້າໃສ່ຖົງທີ່ມີຄວາມເລິກປະມານ 8 ນີ້້ວຂຶ້ນ.
  • ການກ້າແກ່ນແມ່ນໃຫ້ໃຊ້ນີ້ວມືກົດແກ່ນລົງໄປໃຫ້ສະເໝີກັບດິນ ຫຼື ໃຫ້ກ່ນພົ້ນດິນເລັກນ້ອຍ ຫຼັງຈາກນັ້ນໃຫ້ນຳໄປໄວ້ບ່ອນຮົ່ມທີ່ມີແສງແດດປະມານ 40-50 ເປີເຊັນ
  • https://www.kladee.com/plant/parkwanpar/grow/

     

ການກຽມຂຸມປູກ

ໃຫ້ຂຸດຂຸມກ້ວາງປະມານ 50 x 50 ຊມ ຫຼັງຈາກນັ້ນໃຫ້ໃສ່ປູກຄອກ ຫຼື ຝຸ່ນໝັກຮອງພື້ນຂຸມ ແລ້ວປະໄວ້ປະມານ 2-3 ອາທິດ ໃນຂະນະດຽວກັນນັ້ນກໍໃຫ້ເລີ່ມເຮັດໃຫ້ເບ້ຍແຂງແຮງກ່ອນການຍ້າຍໄປປູກລົງຂຸມແທ້ ໂດຍໃຫ້ນ້ຳນ້ອຍລົງ ແລະ ໃຫ້ຖືກແສງແດດຫຼາຍຂຶ້ນ  ພ້ອມທັງລະລາຍປຸ໋ຍ ໂພແທສຊຽມໄນເຕຣດ ດ້ວຍຄວາມເຂັ້ມບໍ່ເກີນ 2 ເປີເຊັນ ( 1 ກລັມ / ນ້ຳ 50 ລິດ) ເພື່ອຫົດເບ້ຍກ່ອນນຳໄປປູກ 2 ອາທິດ ພ້ອມທັງເຊົາໃຫ້ນ້ຳ 1ມື້ກ່ອນນຳໄປປູກ.

ການບົວລະບັດຮັກສາ

ຜັກຫວານເປັນພືດທີ່ບໍ່ຈຳເປັນຕ້ອງບົວລະບັດຮັກສາຫຼາຍ ເນື່ອງຈາກເປັນພືດທີ່ເກີດຕາມປ່າຢູ່ແລ້ວ ການບົວລະບັດຈຶ່ງບໍ່ເປັນເລື່ອງທີ່ຫຍຸ້ງຍາກ ສຳລັບສັດຕູພືດຂອງຜັກຫວານປ່າແມ່ນຈິ້ງຫຼີດທີ່ມັກຈະກັດກິນໃບອ່ອນໃນຊ່ວງທຳອິດ ໂດຍວິທີປ້ອງກັນແມ່ນສາມາດນຳເອົາຕຸກນ້ຳພາສຕິກໂດຍການຕັດຫົວ ແລະ ທ້າຍ ໃຫ້ເປັນຮູບຊົງກະບອກ ແລ້ວນຳມາປົກໃສ່ຕົ້ນເພື່ອປ້ອງກັນ ເມື່ອຕົ້ນອ່ອນສູງປະມານ 1 ຄືບ ຈຶ່ງນຳເອົາຕຸກອອກ ແລະ ປ່ອຍໃຫ້ຈະເລີນເຕີບໂຕຕາມທຳມະຊາດ ຜັກຫວານປ່າເປັນພືດທີ່ຕ້ອງການນ້ຳໜ້ອຍ ໂດຍຈະໃຫ້ນ້ຳອາທິດລະ 1 ຄັ້ງ ສ່ວນລະດູແລ້ງຫົດນ້ຳອາທິດລະ 2 ຄັ້ງ ແລະ ໃນລະດູຝົນບໍ່ຕ້ອງຫົດນ້ຳເລີຍ.ເມື່ອຜັກຫວານຈະເລີນເຕີບໂຕເຕັມທີ່ຈະສາມາດຕອນງ່າໃຫ້ເຫຼືອປະມານ 15 – 20 ຊມ ພ້ອມທັງເອົາໃບອອກໃຫ້ເຫຼືອປະມານ 3-4 ໃບ ທັງຫົດນ້ຳພໍດີຊຸ່ມ ເມື່ອຍອດແຕກອອກມາ 15 – 25 ຊມ ກໍສາມາດນຳມາຮັບປະທານ ຫຼື ວາງຂາຍໄດ້.

ການໃຫ້ປຸ໋ຍ

ການໃສ່ປຸ໋ຍແມ່ນຈະນຳໃຊ້ປຸ໋ຍຄອກມູນສັດ, ປຸ໋ຍໝັກ ແລະ ນ້ຳໝັກຊີວະພາບເທົ່ານັ້ນ ໃນເບື້ອງຕົ້ນແມ່ນໃຊ້ມູນສັດປະສົມກັບດິນໃນຂຸມປູກ ແລະ ຊ່ວງຜັກຫວານກຽມໃຫ້ຜົນຜະລິດຈະໃສ່ຝຸ່ນຄອກ ຫຼື ຝຸ່ນໝັກຕາມບໍລິເວນຮາກຕົ້ນ ພ້ອມທັງບຳລຸງໃບດ້ວຍການສີດນ້ຳໝັກຊີວະພາບປະສົມກັບນ້ຳໃນອັດຕາ 1/200 ໂດຍຈະຊ່ວຍໃຫ້ໃບຂຽວງາມ ນອກຈາກນີ້້ຈຸລິນຊີທີ່ຢູໃນນ້ຳໝັກ ຈະຊ່ວຍລະລາຍປຸ໋ຍຄອກຕາມບໍລິເວນຮາກອີກດ້ວຍ ຫຼັງຈາກອາຍຸໄດ້ປະມານ 2 ປີ ຈະໃຫ້ປຸ໋ຍມູນສັດ 2 ຄັ້ງ/ປີ ຄືຊ່ວງຕົ້ນ ແລະ ທ້າຍລະດູຝົນ ທັງສີດນ້ຳໝັກອີກເດືອນລະ 1 ຄັ້ງ ແຕ່ການໃຫ້ປຸ໋ຍສຳລັບຜັກຫວານປ່າມີຂໍ້ຍົກເວັ້້ນຄືຫ້າມໃຫ້ປຸ໋ຍໃນຊ່ວງເກັບກ່ຽວຜົນຜະລິດ.

ເຕັກນິກການປູກຜັກຫວານທີ່ໃຫ້ຄຸນະພາບ ແລະ ຕົ້ນແຂງແຮງ

ການປູກຕົ້ນໄມ້ທີ່ໃຫ້ຮົ່ມ ຍ້ອນຜັກຫວານເປັນພືດທີ່ຕ້ອງການແສງແດດໜ້ອຍປະມານ 30 ເປີເຊັັນເທົ່ານັ້ນ ຕົ້ນໄມ້ໃຫ້ຮົ່ມຈຶ່ງມີຄວາມສຳຄັນໃນການໃຫ້ຮົ່ມ ຫຼື ອາດຈະໃຊ້ຜ້າກັນແສງກໍໄດ້ ນອກຈາກນີ້້ຕົ້ນໄມ້ໃຫ້ຮົ່ມຍັງເປັນຕົວຊ່ວຍໃນການຫາອາຫານໃນດິນອີກດ້ວຍເພາະຜັກຫວານຈະຫາອາຫານດ້ວຍຮາກພືດຊະນິດອື່ນ.

 

ທີ່ມາ: https://www.matichon.co.th/sme/news_397647

ການປະກອບສ່ວນ