ຮີດສິບສອງ ຄອງສິບສີ່

Andy Souvanhphukdee
ຮີດສິບສອງຄອງສິບສີ່ ເປັນໜຶ່ງໃນຮີດຄອງປະເພນີລາວເຮົາທີ່ສຳຄັນໃນການອະນຸລັກ ແລະ ເຜີຍແພ່ມູນເຊື້ອວັດທະນະທຳ ອັນເປັນມໍລະດົກທີ່ປະເສີດ ເຊິ່ງໄດ້ສະໜິດຕິດພັນກັບຄົນລາວ ຈົນມາເຖິງປັດຈຸບັນ
ພູມປັນຍາທ້ອງຖິ່ນ
Phakhaolao.la
phakhaolao. la


ຮີດ 12:
ຄຳວ່າຮີດ ມີຄວາມໝາຍວ່າ ຂະໜົບທຳນຽມປະເພນີທີ່ເຄີຍປະຕິບັດສືບຕໍ່ກັນມາ ໃນແຕ່ລະເດືອນໃນຮອບປີໜຶ່ງ (12 ເດືອນ):

  • ເດືອນຈຽງ- ບຸນເຂົ້າກຳ
  • ເດືອນຍີ່-ບຸນຄູນລານເຂົ້າ
  • ເດືອນສາມ-ບຸນເຂົ້າຈີ່
  • ເດືອນສີ່-ບຸນພະເວດ (ບຸນມະຫາຊາດ)
  • ເດືອນຫ້າ-ບຸນປີໃໝ່
  • ເດືອນຫົກ-ບຸນບັ້ງໄຟ
  • ເດືອນເຈັດ-ບຸນບູຊາມະເຫສັກຫຼັກເມືອງ (ບຸນເປີກຊຳຮະ)
  • ເດືອນແປດ-ບຸນເຂົ້າວັດສາ (ພັນສາ)
  • ເດືອນເກົ້າ-ບຸນຫໍ່ເຂົ້າປະດັບດິນ
  • ເດືອນສິບ-ບຸນເຂົ້າສະຫຼາກ (ເຂົ້າສາກ)
  • ເດືອນສິບເອັດ-ບຸນອອກວັດສາປະວໍລະນາ (ປະວາລະນາ)
  • ເດືອນສິບສອງ-ບຸນກະຖິນ(ກັນຖິນ) ແລະ ບຸນໄຫວ້ທາດ

 

ຄອງສິບສີ່
ຄຳວ່າຄອງມີຄວາມໝາຍວ່າ ແບບ, ແບບຢ່າງ, ທາງ, ຄອງບູຮານ, ຄອງໂລກ, ຄອງທຳ. ໂດຍຄົນລາວທົ່ວໄປໃນສະໄໝບູຮານປະພຶດປະຕິບັດຢູ່ເປັນປະຈຳຕໍ່ຄອບຄົວ, ຊາວບ້ານ ແລະ ສາສະໜາ ເຊິ່ງມັນຄຽງຄູ່ກັບ ຮີດສິບສອງ. ຄອງສິບ 14 ມີດັ່ງນີ້:

  1. ເມື່ອພືດໂພດເຂົ້າກ້າ ໝາກໄມ້ເປັນຮວງ, ເປັນໝາກ ຕົນຢ່າຟ້າວກິນກ່ອນ, ໃຫ້ເອົາໄປທານແກ່ຜູ້ມີສິນ ສາກ່ອນ ແລ້ວຕົນຈິ່ງກິນພາຍລຸນ.
  2. ຢ່າໂລບລ່າຍຕາຊັງ, ຢ່າຈ່າຍເງິນແດງ ແປງເງິນຄ້ວາງ ແລະ ກ່າວຄຳຫຍາບຊ້າກ້າແຂງຕໍ່ກັນ.
  3. ໃຫ້ພາກັນເຮັດຮົ້ວເຮັດດ້າຍອ້ອມວັດ, ອ້ອມເຮືອນອ້ອມບ້ານ ແລ້ວປູກຫໍບູຊາເທວະດາໄວ້ສີ່ແຈອ້ອມເຮືອນ.
  4. ກ່ອນຈະຂຶ້ນເຮືອນໃຫ້ເອົານ້ຳລ້າງຕີນທັງສອງເບື້ອງສາກ່ອນ.
  5. ຮອດວັນສິນເຈັດ, ສິນແປດ, ສິນສິບສີ່, ສິນສິບຫ້າຄ່ຳ ໃຫ້ສົມມາກ້ອນເສົ້າ, ແມ່ຄີໄຟ, ຂັ້ນໄດ, ປະຕູເຮືອນທີ່ຕົນຢູ່ອາໄສ.
  6. ເມື່ອຈະເຂົ້າໄປບ່ອນນອນໃຫ້ເອົານ້ຳລ້າງຕີນສາມີແຫ່ງຕົນສາກ່ອນ.
  7. ຮອດມື້ວັນສິນໃຫ້ເອົາດອກໄມ້, ທູບທຽນສົມມາ ສາມີ, ພໍ່ແມ່ ແລະ ເຖົ້າແກ່ລຸງຕາຂອງຕົນ. ເຖິງວັນອຸໂປສົດ (ວັນສິນໃຫ່ຍ) ໃຫ້ແຕ່ງຂັນດອກໄມ້ໄປເຄນພະສັງຂະເຈົ້າ.
  8. ເຖິງວັນສິນດັບ, ສິນເພັງ ໃຫ້ນິມົນພະສັງຄະເຈົ້າ ມາສູດມຸງຄູນເຮືອນ ແລະ ທຳບຸນໃສ່ບາດຖວາຍທານ (ເວົ້າງ່າຍແມ່ບຸນວັນສິນ).
  9. ເມື່ອພິກຂຸສົງ ມາບິນພະບາດ, ຢ່າໃຫ້ເພິ່ນຄອຍຖ້າ. ໃສ່ບາດບໍ່ໃຫ້ມືຊູນບາດ ແລະ ແຕະຕ້ອງເນື້ອກາຍເພິ່ນ. ຍາມໃສ່ບາດບໍ່ໃຫ້ຖືເກີບ, ໝວກ, ຄັນຮົ່ມ, ບໍ່ເອົາແພປົກຫົວ, ບໍ່ອ້ອມລູກຜູກດາ ແລະ ຖືຜາລາອາວຸດໃດໆ.
  10. ເມື່ອພິກຂຸສົງອອກຈາກເຂົ້າກຳແລ້ວ ໃຫ້ເອົາຂັນດອກໄມ້ ທູບທຽນ ແລະ ເຄືອນອັດຖະບໍລິຂານ (ເຄື່ອນສະເພາະສົງໄປຖະຫວາຍ.
  11. ເມື່ອເຫັນພິກຂຸສັງຂະເຈົ້າກາຍມາໃຫ້ນັ່ງລົງ ແລະ ຍໍມືໄຫວ້ ແລ້ວຈິ່ງເຈລະຈາ- ກ່າວເວົ້ານຳເພິ່ນຕາມສົມຄວນ.
  12. ຢ່າຍ່າງຢຽບເງົາເຈົ້າພິກຂຸ, ສາມະເນນຕົນມີສິນບໍລິສຸດທຳ.
  13. ຢ່າເອົາອາຫານເງື່ອນທີ່ຕົນກິນແລ້ວ ໄປທານແກ່ພະສົງເປັນອັນຂາດ. ພ້ອມກັນນັ້ນ ກໍບໍຄວນເອົາໄວ້ໃຫ້ສາມີແຫ່ງຕົນກິນ (ສະໄໝໃໝ່ນີ້ຜູ້ເປັນສາມີກໍຄວນປະຕິບັດຕໍ່ພັນລະຍາດັ່ງນີ້ ຈະເປັນການດີ.
  14. ຊາຍ-ຍິງ ຢ່າເສບສົມ ກາມະຄູນກັນໃນວັນສິນ, ມື້ເຂົ້າພັນສາ-ອອກພັນສາ ແລະ ວັນມະຫາສົງການຂຶ້ນປີໃໝ່.

 

ຂໍ້ມູນ: ປຶ້ມວັດທະນະທຳລາວ

ການປະກອບສ່ວນ