ນ້ຳປູ

Andy Souvanhphukdee
ນ້ຳປູ ສ່ວນປະກອບສຳຄັນຂອງອາຫານລາວ ທີ່ຂາດບໍ່ໄດ້ເຊັ່ນ ແຈ່ວນ້ຳປູ ຫຼື ຕຳໝາກຫຸ່ງ
ເຮືອນຄົວລາວ
https://www.youtube.com/watch?v=X-IxgYv-sRo
KrazyKAT Recipes

ເຄື່ອງປະກອບ
  •  ກະປູນາ 5 ກິໂລ
  •  ເກືອ 1/2 ຖ້ວຍນ້ອຍ
  •  ຫົວສີໄຄ 5 ຫົວ
  •  ໃບຂ່າ 3 ໃບ

ວິທີປຸງແຕ່ງ
  1.  ລ້າງກະປູໃຫ້ສະອາດ
  2.  ຊອຍຫົວສີໄຄ ແລະ ໃບຂ່າເປັນຕ່ອນນ້ອຍໆ ແລບໆ
  3.  ນຳກະປູ,ຫົວສີໄຄ ແລະ ໃບຂ່າມາຕຳໃສ່ຄົກໃຫ້ແຫຼກ
  4.  ໃສ່ນ້ຳໜ້ອຍໜຶ່ງ, ແລ້ວນຳມາຕອງເອົາແຕ່ນ້ຳກະປູທີ່ເປັນສີດຳ. ປະໄວ້ 1 ຄືນ
  5.  ນຳນ້ຳປູໄປຕົ້ມດ້ວຍໄຟອ່ອນໆ, ປຸງລົດຊາດດ້ວຍເກືອ. ຂ້ຽວຈົນນ້ຳປູຂຸ້ນໜຽວດີ
  6.  ປົງລົງປະໄວ້ໃຫ້ເຢັນ ແລ້ວຕັກໃສ່ກະປຸກປິດຝາໃຫ້ແໜ້ນ ເກັບໄວ້ກິນໄດ້ດົນປະມານ 1-2 ປີ.
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີ່ເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳ KrazyKAT Recipes

ການປະກອບສ່ວນ