ຫັນຈາກອາຊີບຖາງປ່າເຮັດໄຮ່ສູ່ການປູກຊາສາມາດສ້າງລາຍຮັບ 78 ລ້ານກີບຕໍ່ປີ

Sakhone INTHAVONG
ຈາກອາຊີບຖາງປ່າເຮັດໄຮ່ສູ່ການປູກຊາສາມາດສ້າງລາຍຮັບ 78 ລ້ານກີບຕໍ່ປີ
ຊີວະນາໆພັນກະສິກຳ

ພາຍຫຼັງທີ່ລັດຖະບານໄດ້ ມີຄຳສັ່ງໃຫ້ການຍຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍອຳນາດການປົກຄອງທ້ອງຖິ່ນຕ່າງໆກໍໄດ້ເອົາໃຈໃສ່ສົ່ງເສີມປະຊາຊົນຫັນມາສ້າງເສດຖະກິດຄອບຄົວແບບຄົງທີ່ໂດຍຖືເອົາການຜະລິດກະສິກຳ ເພື່ອສ້າງເສດຖະກິດຄອບຄົວ ບໍ່ວ່າຈະເປັນການລ້ຽງສັດ, ປູກຝັງ ໂດຍແນໃສ່ປະກອບສ່ວນການລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ.

ໃນນີ້້ຄອບຄົວຂອງທ້າວ ບຸນທ່ຽງ ມວນມະນີ ອາຍຸ 54 ປີ ປະຊາຊົນບ້ານສະແມດໃຫຍ່ ເມືອງໄຊສະຖານ ແຂວງໄຊຍະບູລີ ເປັນອີກໜຶ່ງຄອບຄົວທີ່ໄດ້ຖືເອົາແນວທາງນະໂຍບາຍຂອງພັກ-ລັດ ມາເປັນແນວມາງໃນການສ້າງເສດຖະກິດຄອບຄົໃຫ້ດີຂຶ້ນ ໂດຍຫັນການຜະລິດແບບກະແຈກກະຈາຍສູ່ການຜະລິດເປັນກຸ່ມດ້ວຍການປູກຊາເປັນອາຊີບຫຼັກຈົນເຮັດໃຫ້ສະພາບການດຳລົງຊີວິດຂອງຄົວດີຂຶ້ນເປັນກ້າວໆ.

ທ້າວ ບຸນທ່ຽງ ຍັງກ່າວຕື່ມວ່າ: ກ່ອນປີ 2009 ຄອບຄົວຂອງຕົນໄດ້ຖືອາຊີບການປູກເຂົ້າໄຮ່ແບບເລື່ອນລອຍເປັນຫຼັກ ແລະ ຖືເອົາອາຊີບການປູກຊາເປັນຮອງ  ໃນໄລຍະນັ້ນພໍໃກ້ຈະຮອດລະດູການປູກເຂົ້າກໍຕ້ອງໄດ້ຖາງປ່າເຮັດໄຮ່ປູກເຂົ້າປະມານ 2-3 ເຮັກຕາ ຫາກປີໃດຝົນຟ້າເອື້ອອຳນວຍຜົນຜະລິດກໍພໍກຸ້ມກິນ ຫາກປີໃດຝົນຟ້າບໍ່ອຳນວຍ ຫຼື ຖືກສັດຕູພືດທຳລາຍຜົນຜະລິດກໍຕ່ຳເຮັດໃຫ້ຂາດເຂີນເຂົ້າ 2-3 ເດືອນ  ດັ່ງນັ້ນຈຶ່ງຕ້ອງໄດ້ເຂົ້າປ່າເພື່ອຫາເຄື່ອງປ່າຂອງດົງຕາມທຳມະຊາດ ນຳໄປຂາຍເພື່ອຫາລາຍໄດ້ມາຊື້້ເຂົ້າກິນ ແຕ່ສະພາບການເປັນຢູ່ຂອງຄອບຄົວເວລານັ້ນກໍຍັງຝືດເຄືອງ, ເຮືອນຢູ່ບໍ່ຖາວອນ, ພາຫະນະຮັບໃຊ້ກໍບໍ່ມີ ເວລາເຈັບກໍບໍ່ເງິນໄປປິ່ນປົວ.

ມາຮອດປີ 2009 ຫຼັງຈາກເມືອງໄຊສະຖານໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ພັກ-ລັດກໍໄດ້ມີນະໂຍບາຍຈັດສັນອາຊີບແບບໝັ້ນຄົງດ້ວຍການສົ່ເສີມໃຫ້ປະຊາຊົນຫັນເອົາການປູກຝັງ, ການລ້ຽງແບບກະແຈກກະຈາຍຕາມທຳມະຊາດ ສູ່ການປູກ, ການລ້ຽງແບບຄົງທີ່ເປັນກຸ່ມຕິດພັນກັບການບໍລິການທາງດ້ານເຕັກນິກ ແລະ ສິນເຊື່ອທະນາຄານ ຍ້ອນແນວນັ້ນຕົນເອງຈຶ່ງໄດ້ຫັນມາປຶກສາຄອບຄົວຈຶ່ງໄດ້ຕົກລົງປ່ຽນຈາກການເຮັດໄຮ່ແບບເລື່ອນລອຍມາປູກຊາເປັນອາຊີບຫຼັກ ເພາະຊາສະແມດໃຫຍ່ເປັນຊາທີ່ໄດ້ມາດຖານເປັນທີ່ຕ້ອງການຂອງຜູ້ບໍລິໂພກ ພ້ອມຍັງມີຕະຫຼາດຮອງຮັບຈທັງພາຍໃນ ແລະ ຕ່າງປະເທດ.

ມາເຖິງປັດຈຸບັນຄອບຄົວມີເນື້ອທີ່ສວນຊາທັງໝົດ 6 ເຮັກຕາ ໂດຍໄດ້ອາໄສແຮງງານໃນຄອບຄົວເປັນຫຼັກ ໃນປີໜຶ່ງສາມາດສ້າງລາຍຈາກການຂາຍຊາປະມານ 78 ລ້ານກີບຕໍ່ປີຄຽງຄູ່ກັນນັ້ນຍັງໄດ້ລ້ຽງສັດ, ຫາເຄື່ອງປ່າ ແລະ ຂາຍເຄື່ອງຍ່ອຍສາມາດສ້າງລາຍຮັບ 20 ລ້ານກີບຕໍ່ປີ ລວມແລ້ວປີໜຶ່ງສາມາດສ້າງລາຍຮັບໃຫ້ຄອບຄົວ ເຖິງ 98 ລ້ານກີບ ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 12 ລ້ານກີບຕໍ່ຄົນຕໍ່ປີ  ເຮັດໃຫ້ສະພາບຊີວິດການເປັນຢູ່ຂອງຄອບຄົວດີຂື້ນກວ່າເກົ່າຫຼາຍຈົນສາມາດສ້າງເຮືອນແບບຖາວອນໄດ້, ມີີທຶນສົ່ງລູກຫຼານຮຽນຕໍ່ໄດ້.

ທ້າວ ບຸນທ່ຽງ ຍັງກ່າວຕື່ມວ່າ: ໃນຕໍ່ໜ້າຈະຂະຫຍາຍພື້້ນທີ່ການປູກຊາໃຫ້ຫຼາຍຂຶ້້ນຕື່ມອີກປະມານ 2-3 ເຮັກຕາ ພ້ອມທັງຈະອະນຸຮັກຕົ້ນຊາພື້ນເມືອງໄວ້ໃຫ້ຄົງຢູ່ຕະຫຼອດໄປ. ໃນນີ້ ຄາດວ່າປີຕໍ່ໄປຄອບຄົວຈະສາມາດສ້າງລາຍຮັບໄດ້ຫຼາຍກວ່າເກົ່າ.

ຂ່າວ Vientiane Mai

ການປະກອບສ່ວນ