ວິທີການຈັກສານແອບເຂົ້າ

Soulivanh BOUNTHAMMY
ຄວາມຮູ້ພູມປັນຍາຊາວບ້ານ ການສານແອບເຂົ້າ ມີການນຳໃຊ້ມາແຕ່ບັນພະບູລຸດ.
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sxsrf=ACYBGNTvxJZBI4-AHC61jNH9Fj7DAltsEw%3A1568257091210&sa=1&ei=Q7R5XfivDMu9hwO8hJjQAg&q=%E0%B8%81%E0%B8%B2%E0%B8%A3%E0%B8%AA%E0%B8%B2%E0%B8%99%E0%B8%81%E0%B8%A3%E0%B8%B0%E0%B8%95%E0%B8%B4%E0%B8%9A%E0%B8%82%E0%B9%89%E0%B8%B2%E0%B8%A7&oq=%E0%B8%81%E0%B8%B2%E0%B8%A3&gs_l=img.1.0.35i39l2j0l8.7082.7893..9866...0.0..0.108.292.2j1......0....1..gws-wiz-img.0YcpnUwTEGM#imgrc=YT6nn-trsFOcmM:
oer.learn.in.th

ຄຸນປະໂຫຍດຂອງແອບເຂົ້າ
    ແອບເຂົ້າ: ສານດ້ວຍໄມ້ປ່ອງ ຫຼື ຫວາຍ, ແຕ່ສ່ວນໃຫຍ່ແລ້ວນິຍົມກັນໃຊ້ໄມ້ປ່ອງເພາະເປັນວັດສະດຸທີ່ຫາໄດ້ງ່າຍ ແລະ ມີທົ່ວໄປຕາມທຸກຂົງເຂດ. ແອບເຂົ້າໃຊ້ເປັນພາຊະນະໃສ່ເຂົ້າທີ່ນື້ງສຸກແລ້ວ, ການທີ່ໃສ່ເຂົ້າໃນແອບເຂົ້າເພື່ອເປັນການຮັກສາຄວາມຮ້ອນຂອງເຂົ້າໃນແອບເຂົ້າ, ປ້ອງກັນບໍ່ໃຫ້ມີອາຍນໍ້າໃນແອບເຂົ້າ, ສາມາດຮັກສາຄວາມອ່ອນນຸ້ມຂອງເຂົ້າໄວ້ໄດ້ດົນ. ນອກຈາກນີ້, ແລ້ວຍັງເປັນການປ້ອງກັນການປົນເປື້ອນຈາກຂ້າງນອກໄດ້ດີ.

ວິທີການຈັກຕອກ
    ການຈັກຕອກແມ່ນໃຫ້ຕັດເອົາໄມ້ປ່ອງທີ່ປ້ອງດຽວ, ນໍາມາຂູດຕີວອອກແລ້ວຈັກເປັນເສັ້ນຕອກເຫຼົາໃຫ້ກ້ຽງ, ສໍາລັບຂະໜາດໃຫຍ່ ຫຼື ກວ້າງຂອງເສັ້ນຕອກແມ່ນຂຶ້ນຢູ່ກັບຈຸດປະສົງຂອງແອບເຂົ້າທີ່ສານວ່າຕ້ອງການຂະໜາດເທົ່າໃດແລ້ວກໍ່ຈັກຕອກໃຫ້ເໝາະສົມ.

ວິທີການຈັກສານ
ອຸປະກອນ

  1. ມີດ ຫຼື ພ້າ
  2. ໄມ້ປ່ອງ
  3. ຫວາຍ
  4. ເຫຼັກຊີ

ການສານແອບເຂົ້າ
    ນໍາເອົາຕອກທີ່ຈັກໄດ້ສໍາເລັດມາສານ, ການສານນັ້ນຈະສານເປັນລາຍສອງ ຫຼື ລາຍສາມກໍ່ໄດ້, ສານຂະໜາດແອບໃຫຍ່ ຫຼື ແອບນ້ອຍນັ້ນ, ຂຶ້ນກັບຄວາມຕ້ອງການຂອງຜູ້ສານ, ແລ້ວກໍ່ເອົາສອງສົ້ນມ້ວນເຂົ້າຫາກັນເປັນວົງມົນ, ຈາກນັ້ນກໍ່ເລີ່ມສານເທື່ອລະສົ້ນ, ສານຕາມໃຈມັກຕາມຂະໜາດແອບເຂົ້າທີ່ຕ້ອງການເມື່ອສໍາເລັດແລ້ວກໍ່ມ້ວນປາກ, ການມ້ວນປາກຕ້ອງມ້ວນທັງສອງສົ້ນ ແລ້ວກໍ່ຫັກສົ້ນໜຶ່ງເຂົ້າໃຈກາງເປັນສອງຊັ້ນຊ້ອນກັນໃຫ້ໄດ້ຄູ່ໜຶ່ງຄືກັນ ໝາຍຄວາມວ່າອັນໜຶ່ງເປັນຕົວແອບ ແລະ ອັນໜຶ່ງເປັນຝາແອບຈາກນັ້ນ ກໍ່ສານເປັນຕາແລລ້ວຊ້ອນຕອກສານເຂົ້າເຂົ້າທາງໃນໃຫເປັນລາຍຂັດແລ້ວເອົາຫວາຍມາແທກກັບໜ່ວຍແອບເຂົ້າແລ້ວເອົາຫວາຍນັ້ນມາເຫຼົາ, ເອົາເຫຼັກຊີມາແທງ ຍິບເສັ້ນຫວາຍຕິດເຂົ້າກັນ, ຈາກນັ້ນກໍ່ເອົາຫວາຍມາກ່ຽວເປັນວົງມົນຢູ່ໜ້າເຊິ່ງເອີ້ນວ່າ: ກຽນລອຍທັງຕົວແອບເຂົ້າ ແລະ ຝາແອບເຂົ້າ ຈາກນັ້ນກໍ່ເອົາມາຊຸບເຂົ້າກັນເປັນໜ່ວຍແອບເຂົ້າທີ່ສົມບູນ.
ຂໍມູນຈາກ: ເອກະສານປະກອບການສອນ ວິຊາ ການປຸງແຕ່ງເຄື່ອງປ່າຂອງດົງ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ.

ການປະກອບສ່ວນ