ປາໜຶ້ງໝາກນາວ

Andy Souvanhphukdee
ແຈ່ວໝາກນາວສົ້ມຫວານ ລາດປາໜຶ້ງ ຄືເມນູອາຫານອັນເລີດລົດທີ່ລຽບງ່າຍ ແບບລາວໆ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ໝາກນາວ 1 ໜ່ວຍ
  • ຜັກຫອມປ້ອມ ½ ຈອກາເຟ (ຊອຍ)
  • ຫົວສີໄຄ 1 ຫົວ (ຊອຍບາງໆ)
  • ໝາກເຜັດດິບ 5 ໜ່ວຍ
  • ຫົວຜັກທຽມ 2 ກີບໃຫ່ຍ
  • ນ້ຳປາ 1 ບ່ວງແກງ
  • ເກືອ 1 ½ ບ່ວງຊາ
  • ນ້ຳຕານ 2 ບ່ວງຊາ
  • ປາ 1 ໂຕ (1 kg)
  • ນ້ຳຮ້ອນ 1 ບ່ວງແກງ

ວິທີປຸງແຈ່ວໝາກນາວ

  1. ໃສ່ເກືອ, ໝາກເຜັດ, ຫົວຜັກທຽມ ແລະ ນ້ຳຕານລົງຄົກ ຕຳໃຫ້ມຸ່ນ
  2. ໃສ່ໝາກນາວ ແລະ ນ້ຳປາ ຄົນໃຫ້ເຂົ້າກັນ (ຖ້າແຈ່ວຂຸ້ນ ອາດຈະຕ້ອງເພີ່ມນ້ຳເລັກນ້ອຍ)
  3. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ

ວິທີໜຶ້ງປາ

  1. ລ້າງປາໃຫ້ສະອາດ, ທາເກືອໃສ່ 1/2 ບ່ວງຊາ ແລ້ວນຳໄປວາງໄວ້ຈານ ຫຼື ພາຊະນະ, ໃສ່ຫົວສີໄຄ
  2. ໜຶ້ງປາໃຫ້ສຸກ ໃຊ້ເວລາປະມານ 15-20 ນາທີ
  3. ປິດໄຟ ນຳອອກຈາກໝໍ້ ລາດດ້ວຍແຈ່ວທີ່ປຸງໄວ້ ຕາມດ້ວຍຜັກຫອມປ້ອມ
  4. ພ້ອມຮັບປະທານ
     

ວີດີໂອແນະນຳ WORLD FOOD TV

ການປະກອບສ່ວນ