ປາແດກປາແຝກ

Andy Souvanhphukdee
ປາແດກປາແຝກ ຮັບປະກັນໄວ້ກິນໄດ້ຍາວນານເຖິງ 1-2 ປີ. ນໍ້າຂອງປາແດກ ຈະເປັນສີແດງກຳ, ຫອມ ແລະ ບໍ່ບູດເນົ່າ
ເຮືອນຄົວລາວ
http://justcooking.in/dictionary/padaek
Looped Labs Pvt. Ltd.

ການກະກຽມ
•  ເລືອກສະເພາະປາແຝກ ທີ່ລ້ຽງໄວ້ໃນນາເຂົ້າ
•  ກຽມເກືອເມັດຫວຽດນາມໄວ້
•  ກຽມໄຫ ໄວ້ສຳລັບໃສ່ປາ

ວິທີປຸງແຕ່ງ
1.  ກຽມເກືອໃສ່ຖ້ວຍໃຫ້ເຕັມ 1 ຖ້ວຍ
2.  ໃສ່ປາແຝກໃຫ້ເຕັມ 3 ຖ້ວຍ
3.  ຄົນປາແດກ ແລະ ເກືອ ເຂົ້າກັນໃຫ້ທົ່ວ
4.  ນຳເອົາປາທີ່ຄົນແລ້ວມາໃສ່ໄຫ ບໍ່ໃຫ້ໃສ່ນ້ຳ, ເອົາແພອັດໃຫ້ແຈບດີ
5.  ສຳເລັດຂັ້ນຕອນນີ້ ປະໄວ້ 1-2 ອາທິດນຳມາປຸງແຕ່ງອາຫານໄດ້
ຂໍ້ມູນຈາກ ປຶ້ມອາຫານ ບ້ານເຮົາ

ການປະກອບສ່ວນ