ນ້ຳມັນຫອມ ທີ່ຊວນຫຼົງໄຫຼ ຊ່ວຍຈິດໃຈຜ່ອນຄາຍ

Andy Souvanphakdy
ນ້ຳມັນຫອມ ເຊື່ອວ່າເປັນສິ່ງທີ່ຫຼາຍໆຄົນມັກ ແລະ ຫຼົງໄຫຼ ເນື່ອງຈາກມະນຸດເຮົາໄດ້ນຳໃຊ້ນ້ຳມັນຫອມມາເປັນເວລາຍາວນານຫຼາຍທົດສະຕະວັດແລ້ວ
ສວຍງາມແບບລຽບງ່າຍ
phakhaolao.la
phakhaolao.la

ນັບແຕ່ອາດີດຈົນເຖິງປັດຈຸບັນ ນ້ຳມັນຫອມໄດ້ກາຍເປັນສິ່ງສຳຄັນໃນການດຳລົງຊີວິດປະຈຳວັນສຳລັບໃຜຫຼາຍໆຄົນ, ນິຍົມນຳໃຊ້ໃນພິທີກຳທາງສາສະໜາທີ່ສຳຄັນຕ່າງໆເຊັ່ນ: ງານແຕ່ງດອງ ເປັນຕົ້ນ ເຊິ່ງນ້ຳມັນຫອມແຕ່ລະຊະນິດມີຄຸນປະໂຫຍດ ແລະ ກິ່ນຫອມທີ່ຄ່ອນຂ້າງຈະແຕກຕ່າງກັນພໍສົມຄວນ

ກິ່ນຫອມຈາກກຳຍານ:

ກໍາຍານ ຫຼື ຢາງຫອມຍານລາວ ມີກີ່ນຫອມອັນເປັນອໍາມະຕະ ແລະ ເອກະລັກພິເສດ ສະກັດໄດ້ຈາກຢາງຂອງຕົ້ນກໍາຍານທີ່ມີອາຍຸ 4-6 ປີຂື້ນໄປ ນິຍົມໃຊ້ກໍາຍານມາປຸງນໍ້າອົບ ນໍ້າຫອມ ເຮັດເປັນຢາດົມ ແລະ ເຄື່ອງຫອມອີກຫຼາຍຊະນິດ. ປັດຈຸບັນມີການນໍາກໍາຍານມາແປຮູບເປັນນໍ້າມັນນວດ ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ສະຫງົບ ແລະ ມີຄວາມອົບອຸ່ນ. ໃນດ້ານຊັບພະຄຸນທາງການຢາ ຖືກນໍາມາໃຊ້ເພື່ອຂ້າເຊື້ອໃນບາດແຜ ຫຼຸດອາການໄອຈາກຫວັດ ຫຼື ພະຍາດປອດ, ຫຼຸດຜ່ອນອາການເຈັບທ້ອງນໍາອີກ

ໄມ້ເກດສະໜາ

ໄມ້ມຸງຄຸນທີ່ຖືກເວົ້າເຖິງສະເໝີວ່າເປັນໄມ້ທີ່ມີລາຄາແພງດັ່ງຄໍາ ມັກຖືກນໍາໄປໃຊ້ເປັນເຄື່ອງຫອມບັນນາການຂອງກະສັດ ໂດຍຈະຈູດເພື່ອໃຫ້ມີກີ່ນຫອມສຳລັບການຕ້ອນຮັບແຂກ ສ່ວນປັດຈຸບັນນໍາມາປະຍຸກເປັນນໍ້າຫອມຕ່າງໆ. ໄມ້ເກດສະໜາແຕ່ລະສາຍພັນຈະມີກີ່ນທີ່ແຕກຕ່າງກັນໄປ ໂດຍສາຍພັນ Crassna ທີ່ພົບໃນລາວ ມີຄວາມພິເສດຂອງກີ່ນ ທີ່ຄ້າຍກິ່ນດອກໄມ້ (Floral) ເຊິ່ງຊ່ວຍໃຫ້ຄວມສົດຊື່ນຜ່ອນຄາຍ, ຫຼຸດຄວາມຄຽດ ແລະ ຄວາມອິດເມື່ອຍ ອີກທັງຍັງເຮັດໃຫ້ຈິດໃຈສະຫງົບ ກະຕຸ້ນສະໝອງ ເສີມສ້າງສະມາທິ. ນອກຈາກນີ້ຍັງມີການນໍານໍ້າມັນຈາກເກດສະໜາມາໃຊ້ບຳລຸງຜິວ ໃຊ້ເປັນຢາຫອມ ແລະ ມີຊັບພະຄຸນຊ່ວຍບໍາລຸງເລືອດ ບໍາລຸງຫົວໃຈ ບໍາລຸງປອດ ແລະ ຕັບໃຫ້ເປັນປົກກະຕິອີກດ້ວຍ

ດອກຈໍາປາ

ຖືເປັນດອກໄມ້ປະຈໍາຊາດລາວ ໃຊ້ໃນການປະກອບພິທີທາງສາສະໜາຕ່າງໆ ເມື່ອນໍາມາສະກັດເປັນນໍ້າມັນຫອມລະເຫີຍ ຈະໃຫ້ກີ່ນຫອມທີ່ລະມຸນລະໄມຈາກທໍາມະຊາດ ເປັນເອກະລັກສະເພາະໂຕ ໃຫ້ຄວາມຮູ້ສຶກທີ່ຜ່ອນຄາຍ ແລະ ໜ້າຫຼົງໄຫຼແກ່ຜູ້ທີ່ສຳຜັດ. ນອກຈາກນີ້ ນໍ້າມັນດອກຈໍາປາ ຍັງມີຄຸນນະສົມບັດບໍາລຸງເລືອດ, ແກ້ວຽນຫົວ, ບໍາລຸງປະສາດ, ແກ້ອາການປວດຮາກ ແລະ ໃຊ້ປະສົມນໍ້າມັນນວດຫຼຸດຜ່ອນອາການປວດຂໍ້ໄດ້

ນອກຈາກນ້ຳມັນຫອມທີ່ສະກັດມາຈາກສ່ວນຜະສົມທີ່ກ່າວມາຂ້າງເທິງນັ້ນ ຍັງມີອີກຫຼາກຫຼາຍປະເພດທີ່ລໍຖ້າໃຫ້ທ່ານມາສຳຜັດບໍ່ວ່າຈະເປັນນ້ຳມັນຫອມຈາກດອກພຸດ, ຂີງ, ແລະ ໝາກນາວຕ່າງໆ

ເຮົາສາມາດໃຊ້ນຳມັນຫອມແບບໃດໄດ້ແດ່?

  • ໃຊ້ນວດໂຕ ຜ່ອນຄາຍກ້າມເນື້ອ
  • ໃຊ້ປະສົມນ້ຳອາບ
  • ໃຊ້ແຊ່ມື
  • ໃຊ້ບຳລຸງຜິວກາຍ
  • ທາໃສ່ໝອນນອນ ເພື່ອໃຫ້ຈິດໃຈຜ່ອນຄາຍນອນຫຼັບດີ

ເຫັນແລ້ວແມ່ນບໍວ່າພືດແຕ່ລະຊະນິດລ້ວນແລ້ວແຕ່ມີຄຸນປະໂຫຍດ ແລະ ມີຂໍ້ດີຫຼາກຫຼາຍທັງຕໍ່ສຸຂະພາຍຮ່າງກາຍ ແລະ ຈິດໃຈ ເຊິ່ງຄຸນປະໂຫຍດເຫຼົ່ານີ້ນີ້ເອງຍັງຄົງລໍຖ້າໃຫ້ມີການສຶກສາຄົ້ນຄວ້າ ອະນຸຮັກ ແລະ ນຳໃຊ້ໃຫ້ຖືກວິທີ

ໝາຍເຫດ: ກິ່ນຫອມມີປະສິດທິພາບຕໍ່ອາລົມຂອງທ່ານ ບາງຊະນິດອາດກໍ່ໃຫ້ເກີດອາການວິນຫົວ ບໍຄວນໃຊ້ນ້ຳມັນຫອມກິ່ນທີ່ທ່ານແພ້ ແລະ ຄວນປຶກສາແພດໝໍກ່ອນນຳໃຊ້ສະເໝີ

 

ການປະກອບສ່ວນ