ຊາວກະສິກອນຍຸກໃໝ່

Sitthilith Syhavong
ການເຮັດສວນໝາກກ້ຽງຂອງໄວໜຸ່ມ!
ເຄັດລັບເລີ່ມທຸລະກິດ

ໝາກກ້ຽງໃນໂລກນີ້ມີຫຼາກຫຼາຍສາຍພັນ ແລະ ທຸກຄົນກໍມີທາງເລືອກໃນການບໍລິໂພກ ເພາະໃນທ້ອງຕະຫຼາດ ຫຼື ຮ້ານຄ້າທົ່ວໄປກໍບໍ່ໄດ້ມີແຕ່ໝາກກ້ຽງລາວ, ຍັງມີໝາກກ້ຽງທີ່ນຳເຂົ້າຈາກຈີນ ແລະ ຈາກຕ່າງປະເທດ.

ເນື່ອງຈາກໝາກກ້ຽງເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດສົ້ມຫວານແບບລົງໂຕ ມີກິ່ນທີ່ເປັນເອກະລັກ, ອຸດົມໄປດ້ວຍວິຕາມິນຫຼາຍຊະນິດ ແລະ ຍັງມີລາຄາບໍ່ແພງ.

ໃນທາງພາກເໜືອຂອງປະເທດລາວ ເຊັ່ນແຂວງຫຼວງພະບາງ ເມືອງນ້ຳບາກ ໄດ້ມີການປູກໝາກກ້ຽງມາຍາວນານ ຈົນເປັນໝາກໄມ້ເສດຖະກິດ ຊຶ່ງມີຄວາມຕ້ອງການຫຼາຍ ແລະ ຍັງສາມາດສ້າງລາຍໄດ້ໃຫ້ກັບຄອບຄົວຊາວກະສິກອນເມືອງນ້ຳບາກອີກດ້ວຍ.

ສະນັ້ນວິດີໂອນີ້ຈະເຮັດໃຫ້ທ່ານຮູ້ຈັກກັບໝາກກ້ຽງນ້ຳບາກຫຼາຍຂຶ້ນ!

ການປະກອບສ່ວນ