ຊາປ່າ ຊ່ວຍສົ່ງເສີມເສດຖະກິດທ້ອງຖິ່ນອະນຸຮັກຊີວະນາໆພັນ
ຊາແມ່ນພືດທີ່ເປັນທ່າແຮງຫຼັກໃນການຜະລິດເປັນສິນຄ້າຂອງແຂວງຊຽງຂວາງ
ໃນປີ 2019 ການປູກຊາທົ່ວແຂວງຊຽງຂວາງ ມີ 5 ເມືອງ ລວມທັງໝົດ 3.400 ເຮັກຕາ ເຊິ່ງ 2.900 ເຮັກຕາເປັນຊາປ່າ. ການຜະລິດຊາປ່າໃນພູສັນໃນຮັບຄວາມນິຍົມຈາກຜູ້ປະກອບການທາງຈີນ ແລະ ໄດ້ສົ່ງອອກປະມານ 80%, ກຳລັງການຜະລິດໃນປີ 2019 ສາມາດຜະລິດຊາດິບໄດ້ຫຼາຍກວ່າ 100 ໂຕນ ແລະ ຊາແຫ້ງຫຼາຍກວ່າ 20 ໂຕນ. ນອກນັ້ນ ຜູ້ຜະລິດໄດ້ມີການປັບປຸງເຕັກນິກການປຸງແຕ່ງ ທີ່ໄດ້ມາດຕະຖານ ເຊິ່ງເຮັດໃຫ້ມີທາງເລືອກຫຼາຍຂຶ້ນ ບໍວ່າຈະຂາຍເປັນຊາດິບ ຫຼຶ ຊາແຫ້ງເຊັ່ນ ເປັນຜູ້ປະກອບການຂະໜາດນ້ອຍ. ດັ່ງນັ້ນຈຶ່ງເວົ້າໄດ້ວ່າເຮັດໃຫ້ ການຜະລິດຊາກາຍເປັນໜຶ່ງທ່າແຮງທີ່ສາມາດສ້າງເງື່ອນໄຂໃຫ້ບັນດາບ້ານທີ່ຢູ່ໃກ້ຄຽງໄດ້ເຊັ່ນດຽວກັນ
![phakhaolao.la](/sites/default/files/public/inline-images/TL5.jpg)
ທ່ານນາງ ຈັນທະລີ ສີຟອງໃສ ຫ້ອງຫົວໜ້າຂະແໜງກະສິກຳ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ສຳພາດວ່າ "ການຜະລິດຊາໄດ້ສ້າງຄວາມປ່ຽນແປງໃຫ້ຊາວກະສິກອນ ໂດຍຫັນຈາກການສ້າງລາຍຮັບພຽງ 5.000.000 ກີບຕໍ່ຄອບຄົວໃນໜຶ່ງປີ ມາເປັນ 59.000.000 ກີບຕໍ່ຄອບຄົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນ ລວມທັງທີ່ຢູ່ອາໄສຖະໜົນຫົນທາງ, ການເດີນທາງຄົມມະນາຄົມຂົນສົ່ງ. ດັ່ງເຊັ່ນ ບ້ານອໍອັ້ນ ເຊິ່ງເປັນບ້ານທີ່ເຮັດກາຜະລິດຊາເປັນອາຊີບຫຼັກ ເນື່ອງຈາກຢູ່ຕິດກັບພູຊັນໃຫ່ຍ ເຊິ່ງເປັນສະຖານທີ່ ທີ່ມີເງື່ອນໄຂອັນເໝາະສົມສຳລັບການຜະລິດຊາ ທັງລະດັບຄວາມສູງໜ້ານໍ້າທະເລ ສະພາບອາກາດ ຄວາມອຸດົມສົມບູນຂອງປ່າ"
![phakhaolao.la](/sites/default/files/public/inline-images/IMG_0443.png)
ທ່ານ ຕົງຊົວ ມົວ ນາຍບ້ານ ບ້ານອໍອັ້ນ ໄດ້ໃຫ້ຂໍ້ມູນວ່າ: "ການຜະລິດຊາໄດ້ຊ່ວຍໃຫ້ຊາວກະສິກອນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຫັນມາອະນຸລັກຮັກສາປ່າໄມ້ ແລະ ຊີວະນາໆພັນຫຼາຍຂຶ້ນ ເນື່ອງຈາກສິ່ງເຫຼົ່ານີ້ມີຄວາມສຳຄັນຫຼາຍໃນການຜະລິດຊາ"
ເພື່ອສົ່ງເສີມການຜະລິດຊາໃຫ້ມີຄວາມຍືນຍົງ ໄດ້ມີໂຄງການເຂົ້າມາສົ່ງເສີມເຊັ່ນ ໂຄງການ LURUS ໄດ້ສົ່ງເສີມໃຫ້ປະຊາຊົນປູກຊາສັບວ່າງກັບຕົ້ນໄມ້ໃຫ້ໝາກ ເພື່ອໃຫ້ຊາວກະສິກອນມີຫຼາຍຮັບເພີ່ມເຕີມນອກຈາກການຜະລິດຊາ ກໍສາມາກຂາຍໝາກໄມ້ ຫຼຶ ພືດຊະນິດອື່ຍໄດ້, ຕາມລະບົບນີ້ສາມາດຮັກສາສະພາບແວດລ້ອມ ແລະ ຮັກສາຕົ້ນໄມ້ ຖືວ່າເປັນການສ້າງລາຍຮັບທີ່ຍືນຍົງ