ຂົ້ວໜໍ່ໄມ້ໃຫ່ຍ ໃສ່ຍານາງ

Andy Souvanhphukdee
ໃບຍານາງໃຊ້ເປັນສ່ວນປະສົມສຳລັບອາຫານ ແລະ ຍັງມີສັບພະຄຸນເປັນຢາຫຼາກຫຼາຍຢ່າງ ທີ່ດີຕໍ່ສຸຂະພາບ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ນ້ຳຍານາງ 380 ml (ປະສົມກັບນ້ຳ 2 ຈອກກາເຟ)
•  ເຂົ້າສານ ¼ ຈອກກາເຟ
•  ກະທຽມ ½ ຫົວໜ້ອຍ
•  ໜໍ່ບົງຫວານ 500 g
•  ຊີ້ນໝູບົດ 1 ຈອກກາເຟ
•  ຄະນໍ 2 ບ່ວງຊາ
•  ເກືອ 1 ບ່ວງຊາ
•  ຜັກຫອມປ້ອມ ຊອຍ 2 ບ່ວງແກງ
•  ຜັກອີ່ຕູ່ ຊອຍ 2 ບ່ວງແກງ
•  ສະອິວ ຫຼື ນ້ຳປາ 2 ບ່ວງແກງ

ສ່ວນປະສົມເພີ່ມເຕີມ
•  ຫອມບົ່ວໃບຊອຍ 2 ບ່ວງແກງ
•  ຜັກຫອມປ້ອມ 2 ບ່ວງແກງ

ວິທີປຸງແຕ່ງ
1.  ຕຳເຂົ້າເບືອ (ແຊ່ເຂົ້າເບືອໃສ່ນ້ຳ ປະມານ 1-2 ຊົ່ວໂມງ ເພື່ອນຳມາຕຳ)
2.  ຂົ້ວຊີ້ນໝູບົດ 2-3 ນາທີ ຫຼື ຈົນກວ່າຊີ້ນຈະປ່ຽນສີ (ບໍ່ໃສ່ນ້ຳມັນ)
3.  ຕຳກະທຽມ ໃສ່ກັບເຂົ້າເບືອ ທີ່ຕຳໄວ້
4.  ໃຊ້ໄມ້ປາຍແຫຼມ ຈີກກໜໍ່ໄມ້ໃຫ້ເປັນເສັ້ນໆ ຫຼື ຈະໃຊ້ອຸປະກອນເຮັດອາຫານແທນ ເພື່ອປະຢັດເວລາໃນການປຸງແຕ່ງ
5.  ໃສ່ໜໍ່ໄມ້ລົງໝໍ້ ພ້ອມຊີ້ນໝູ ທີ່ຂົ້ວໄວ້, ຄະນໍ, ເກືອ ແລະ ນ້ຳຍານາງ
6.  ຕົ້ມໄວ້ປະມານ 15 ນາທີ ຈົນເຂົ້າເບືອເປື່ອຍ ແລະ ໜໍ່ໄມ້ອ່ອນ, ປຸງລົດຕາມຕ້ອງການ (ບໍ່ຄວນຕົ້ມຈົນນ້ຳແຫ້ງ)
7.  ໃສ່ຫອມປ້ອມ ແລະ ຜັກອີ່ຕູ່, ຄົນໃຫ້ເຂົ້າກັນ
8.  ຕັກໃສ່ຖ້ວຍ ໂຮຍໜ້າດ້ວຍກຽວຫົວຜັກບົ່ວ ແລະ ຜັກຫອມປ້ອມຊອຍ

ຄຳແນະນຳ
•    ຂັ້ນຕອນທີ 5 ໃສ່ໝາກເຜັດຊອຍ ຫຼື ໝາກເຜັດປົ່ນ 1 ບ່ວງຊາ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າາເຮືອ
ວິດີໂອຈາກ คนบ้านนอกอ สตูดิโอ

ການປະກອບສ່ວນ