ການປູກແຂມ

Soulivanh BOUNTHAMMY
ການປູກແຂມ ເພື່ອເປັນສິນຄ້າ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%95%E0%B9%89%E0%B8%99%E0%B9%84%E0%B8%A1%E0%B9%89%E0%B8%81%E0%B8%A7%E0%B8%B2%E0%B8%94&source=lnms&tbm=isch&sa=X&ved=0ahUKEwjT1MKU8JLkAhWPF4gKHQlLDmcQ_AUIESgB&biw=1280&bih=610#imgrc=MfoaBmdmcSs8sM:
phulangka.blogspot.com

ການກະກຽມດິນ:
  ຂຸດຂຸມຫ່າງກັນລະຫວ່າງ 2x2 ມ, ຂະຫນາດຂອງຂຸມ 20x20 ຊມ.
ການປູກ: 
   ປູກດ້ວຍເຫງົ້າ (ຄັດເລືອກເອົາເຫງົ້າທີ່ສົມບູນ ແລະ ແຕ່ລະເຫງົ້າແມ່ນບໍ່ໃຫ້ລຸດ 3 ລໍາ) ຈາກນັ້ນໃນມື້ດຽວກັນແມ່ນໃຫ້ນໍາເອົາເຫງົ້າແຂມທີ່ກະກຽມໄວ້ລົງປູກໃນຂຸມທີ່ໄດ້ກຽມໄວ້. ສິ່ງສໍາຄັນແຕ່ລະເຫງົ້າແມ່ນມີອາຍຸບໍ່ເກີນ 1 ປີ ແລະ ຕັດລໍາທີ່ປົ່ງອອກມາຈາກເຫງົ້າຍາວປະມານ 40 ຊມ. 
-    ການປູກແຂມໃນປີທໍາອິດຕ້ອງປູກປະສົມກັບພືດກະສິກໍາເຊັ່ນ: ໝາກເດືອຍ, ໝາກງາ, ສາລີ ແລະ ອື່ນໆ.
ການບົວລະບັດຮັກສາ:
   ເພື່ອເຮັດໃຫ້ແຂມມີການຈະເລີນເຕີບໂຕດີນັ້ນແມ່ນມີຄວາມຈໍາເປັນຈະຕ້ອງໄດ້ບົວລະບັດຮັກສາໂດຍມີການຖາງຫຍ້າ, ການອະນາໄມ 2 ຄັ້ງ/ປີ ໃນນີ້ຄັ້ງທໍາອິດແມ່ນເຮັດພາຍຫຼັງທີ່ປູກໄດ້ 2 ເດືອນ ແລະ ຄັ້ງທີ 2 ແມ່ນ 3 ເດືອນຕໍ່ມາແຕ່ຖ້າສວນແຂມປູກພືດກະສິກໍາເຊັ່ນ: ໝາກເດືອຍ, ໝາກງາ, ສາລີ ແລະ ອື່ນໆໃສ່ນໍາຈະເຮັດໃຫ້ປະຫຍັດເວລາໃນການບົດລະບັດຮັກສາເປັນຕົ້ນ, ການຖາງຫຍ້າອອກຈາກພືດກະສິກໍາຈະເປັນການຖາງຫຍ້າ ຫຼື ບົວລະບັດພືດກະສິກໍາອື່ນໆໄປພ້ອມກັນ.
ການເກັບກ່ຽວຜົນຜະລິດ:
   ພາຍໃນໄລຍະເວລາ 9 ເດືອນແມ່ນຈະສາມາດເກັບຜົນຜະລິດໄດ້ເປັນເວລາຍາວນານ ແຕ່ໃນປີທໍາອິດຜົນຜະລິດຂອງແຂມບໍ່ທັນໄດ້ເຕັມເມັດເຕັມໜ່ວຍ, ແຕ່ປີທີ 2 ຜົນຜະລິດທີ່ໄດ້ຮັບແມ່ນດີຫຼາຍ.
ຄຸນປະໂຫຍດ:
   ຊໍ່ດອກແຂມນໍາມາເຮັດຝອຍ ແລະ ໜໍ່ອ່ອນແມ່ນນໍາມາເປັນອາຫານ, ການປູກແຂມແມ່ນທາງເລືອກທີ່ດີໃນການນໍາໃຊ້ດິນໃຫ້ເກີດຜົນປະໂຫຍດສູງສຸດເຊິ່ງເປັນການຊຸກຍູ້ວຽກງານການຜະລິດກະສິກໍາເປັນສິນຄ້າ, ປູກງ່າຍ ແລະ ປະຢັດເວລາ ໃນການເກັບກູ້.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ