ການປູກຕົ້ນຈໍາປາ

Soulivanh BOUNTHAMMY
ດອກຈໍາປາເປັນດອກໄມ້ປະຊາດລາວທີ່ມີຄວາມງົດງາມ ແລະ ມີສັບພະຄຸນຫຼາຍຢ່າງ
ແນະນຳວິທີເຮັດ
https://wellcom8.blogspot.com/p/blog-page_82.html
wellcom8.blogspot.com

ການປູກ
  -  ເອົາງ່າຕົ້ນຈໍາປາທີ່ກຽມໄວ້ລົງປູກໃສ່ຂຸມທີ່ກຽມໄວ້, ຫຼັງຈາກປູກແລ້ວແມ່ນໃຫ້ຫົດນໍ້າທຸກໆມື້ຈົນກວ່າງ່າຈໍາປາຈະຕິດຮາກດີແລ້ວ. 
  -  ໄລຍະການປູກທີ່ເໝາະສົມແມ່ນໃນເດືອນ ຕຸລາ-ທັນວາ ແຕ່ຖ້າຈະໃຫ້ມັນຈະເລີນເຕີບໂຕດີແມ່ນໃຫ້ປູກເດືອນມີນາ-ເມສາ ເພາະວ່າມັນກຽມເຂົ້າລະດູຝົນ. 
ການບົວລະບັດ
   ຕ້ອງໄດ້ຫົດນໍ້າທຸກມື້ເພາະວ່າເປັນຕົ້ນໄມ້ທີ່ມັກນ້ໍາຫຼາຍແຕ່ບໍ່ໃຫ້ນ້ໍາຂັງ, ຖ້າເປັນຍາມແລ້ງຕ້ອງໄດ້ຫົດມື້ລະ 2 ຄັ້ງ ຫາກເຮົາໃຫ້ນ້ໍາພຽງພໍແມ່ນຈະອອກດອກດີພາຍໃນ 24 ອາທິດ. ຫຼັງຈາກຕົ້ນໄມ້ຕິດດີແມ່ນໃຫ້ໃສ່ຝຸ່ນຄອກ 5-6 ກິໂລກຼາມ (kg)/ຕົ້ນ/ປີ, ການໃສ່ຝຸ່ນແມ່ນໃຫ້ໃສ່ເປັນຂຸມພ້ອມທັງໃສ່ປູນຂາວພ້ອມ, ຫຼັງຈາກນັ້ນໃຫ້ຫົດນ້ໍາເປັນປະຈໍາເພື່ອປັບສະພາບດິນ.
ການເກັບກ່ຽວ 
   ເມື່ອຕົ້ນຈໍາປາມີອາຍຸໄດ້ 1 ປີ ຫຼື ສູງປະມານ 1,5 ແມັດ ກໍ່ເລີ່ມອອກດອກສາມາດເກັບເອົາດອກຈູມ, ດອກບານເກັບໄດ້ 2 ໄລຍະຄື ຕອນເຊົ້າ ແລະ ແລງ, ເກັບຂາຍໄດ້ 25-30 ມື້, ສິ່ງສໍາຄັນການເກັບຕ້ອງຫ້າມດຶງເດັດຂາດເພາະຈະເຮັດໃຫ້ຍອດ ຫຼື ດອກຊໍ້າ (ຖ້າຕົ້ນສູງເຮົາຕ້ອງໄດ້ໃຊ້ໄມ້ເຮັດເປັນງ່າມແໝ້ນ).
ຄຸນປະໂຫຍດ
   ດອກຈໍາປາເປັນດອກໄມ້ປະຈໍາຊາດຂອງລາວເຮົາ, ນໍາໃຊ້ໄດ້ຫຼາຍຢ່າງເຊັ່ນ: ບູຊາ, ໃສນໍາຫົດສົງກັນ, ຍອດອ່ອນກິນກັບລາບ, ດອກເອົາມາຊຸບແປ້ງຈືນ, ...

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ