ການນຳໃຊ້ຢາພື້ນເມືອງລາວເລີ່ມຕົ້ນແຕ່ເມື່ອໃດ?

ອ່ອນວິໄລ ສຸລິຍາ
ຕົ້ນໄມ້ເປັນຢາຂອງລາວ ມີປະສິດທິພາບໃນການຮັກສາພະຍາດວັນນະໂລກທຽບເທົ່າກັບຢາແຜນປະຈຸບັນ ແລະ ເປັນຄວາມຮູ້ທີ່ສືບທອດມາແຕ່ບູຮານນະການ
ພູມປັນຍາທ້ອງຖິ່ນ
ຢາພື້ນເມືອງລາວ
ອ່ອນວິໄລ

ວັນນະໂລກເປັນພະຍາດໜຶ່ງທ່ີພວມຂົ່ມຂູ່ແຮງຕໍ່ມວນມະນຸດ, ທົ່ວໂລກມີຜູ້ຕິດເຊື້ອເຖິງ 2 ຕື້ຄົນ, ເທົ່າກັບ 1/3 ປະຊາກອນຂອງໂລກ, ທົ່ວໂລກມີຜູ້ເປັນວັນນະໂລກແລ້ວ 8 ລ້ານຄົນ ແລະ ເສຍຊີວິດ 3 ລ້ານຄົນ/ປີ. ໃນ ສປປ ລາວ ກໍ່ຍັງມີຜູ້ຕິດເຊື້ອພະຍາດນີ້ບໍ່ໜ້ອຍ. ຕາມສະຖິຕິ ປີ 2011 ໃຫ້ຮູ້ວ່າມີຜູ້ຕິດເຊື້ອປະມານ 4.000 ຄົນ/ປີ ແລະ ກວດພົບເຊື້ອແລ້ວ 3.000 ຄົນ. ການປິ່ນປົວວັນນະໂລກມມີ 2 ທາງເລືອກ. ການນຳໃຊ້ຢາຫຼວງເຊັ່ນ  isoniazid, rifampin, pyrazinamide ແລະ ethambutol, ເຖິງວ່າບໍ່ໄດ້ເສຍຄ່າ ແຕ່ລາຄາຢາແມ່ນສູງຫຼາຍເຊື້ອທ່ອນວັນນະໂລກ Mycobacterium tuberculosis ມັກຈະລື້ງຢາ, ດັ່ງນັ້ນນັກວິທະຍາສາດຈຶ່ງຫັນມາຄົ້ນຄ້ວານໍາໃຊ້ຢາຈາກພືດ. ສປປ ລາວ ມີມູນເຊື້ອດ້ານການນຳໃຊ້ຢາພື້ນເມືອງ ແລະ ມີຄວາມອຸດົມຮັ່ງມີດ້ານຊີວະນາໆພັນທ່ີເປັນຢາ. ໜັງສືໃບລານລາວໄດ້ນຳໃຊ້ມາຕັ້ງແຕ່ສະໄໝ ຄສ. 1400s. ໄດ້ຂຽນໄວ້ໃນໃບລານ

ອ່ອນວິໄລ
ຕໍາລາຢາພື້ນເມືອງເກົ່າແກ່ເປັນພາສາທໍາຈາກໜັງສືໃບລານ

ໄດ້ຖືກເກັບຮັກສາໄວ້ຕາມສະຖານທີ່ຕ່າງໆເຊັ່ນ: ໃນຊຸມຊົນ, ຕາມວັດວາອາຣາມ, ຫ້ອງສະມຸດແຫ່ງຊາດ ແລະ ສະຖາບັນການແພດ ແລະ ການຢາພື້ນເມືອງລາວ. ສະຖາບັນການແພດ ແລະ ການຢາພື້ນເມືອງລາວໄດ້ມີຄວາມພະຍາຍາມສຶກສາຕຳລາໜັງສືເກົ່າແກ່ທີ່ບັນພະບຸລຸດໄດ້ນຳໃຊ້ຕົວຈິງ ເພື່ອມາຮັບໃຊ້ແກ່ສັງຄົມ, ເປົ້າໝາຍແມ່ນສຶກສາພະຍາດຊ້ຳເຮືອ ແລະ ປົວຍາກໃນນັ້ນມີວັນນະໂລກ ແລະ ພະຍາດອື່ນໆທີ່ຮ້າຍແຮງ. ການຄົ້ນຄ້ວາໄດ້ມີການຮ່ວມກັບສະຖາບັນການສຶກສາທາງເພສັດສາດຕ່າງປະເທດ

Onevilay Souliya
ຕົ້ນຕີນຕັ່ງເຕ້ຍເປັນຕົ້ນໄມ້ເປັນຢາຂອງລາວທີ່ປົວພະຍາດວັນນະໂລກ

 

ການປະກອບສ່ວນ