ການຖັກຝອຍຂົນໄກ່ (ໄມ້ຂົນໄກ່)

Andy Souvanphakdy
ໄກ່ ຖືວ່າເປັນສັດລ້ຽງທີ່ເປັນເສດຖະກິດອັນສຳຄັນ ໂດຍສະເພາະແມ່ນໄກ່ລາດ ຫຼື ໄກ່ພື້ນເມືອງ ລ້ຽງມາແຕ່ດົນນານຄູ່ບ້ານຄູ່ເມືອງແຕ່ເໜືອຈົນຮອດໃຕ້ ເນື່ອງຈາກວ່າຄົນເຮົາຕ້ອງການຊີ້ນໄກ່ເປັນອາຫານໃນຊີວິດປະຈຳວັນ ໂດຍຈະນຳທັ້ງຊິ້ນ ແລະ ໄຂ່ມາເປັນອາຫານ ເຊິ່ງເປັນແຫຼ່ງອາຫານທີ່ມີໂປຣຕິນທີ່ສຳຄັນສຳຫຼັບຄົນເຮົາ, ນອກຈາກນີ້ຍັງສາມາດໃຊ້ຂົນໄກ່ມາເຮັດເປັນເຄື່ອງປັດກວາດຕ່າງໆໄດ້ຫຼາຍຢ່າງ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ການນຳຂົນໄກ່ມາຖັກຖອຍປະກອບດ້ວຍຂັ້ນຕອນດັ່ງຕໍ່ໄປນີ້:

ອຸປະກອນປະກອບມີ: ໄມ້, ມີດ/ພ້າ, ຝາຍ ຫຼື ເຊືອກຝາງ, ກາວ, ມີດຕັດ, ຂົນໄກ່

ຂັ້ນຕອນການເຮັດຝອຍດ້ວຍຂົນໄກ່:

  1. ເຫຼົ່າໄມ້ເຮັດກ້ານຝອຍໃຫ້ກົມ ແລະ ນ້ອຍສໍ່ານິ້ວມື

  2. ແບ່ງເປັນ 2 ສ່ວນເທົ່າກັນສ່ວນໜຶ່ງສຳລັບເຮັດທາງຈັບ, ອີກສ່ວນໜຶ່ງສຳລັບຕິດ ແລະ ມັດຂົນໄກ່ໃສ່

  3. ໄມ້ກົມ, ຫວາຍນ້ອຍ ແລະ ໜາ ສາມາດເຮັດກ້ານຟອຍໄດ້

  4. ທາກາວໃສ່ເສັ້ນຝ້າຍໃຫ້ທົ່ວ

  5. ນຳເອົາຂົນໄກ່ມາຕິດຢາຍໃສ່ຕາມເສັ້ນຝ້າຍໃຫ້ຖີ່ໆ ແລະ ສະເໝີກັນ

  6. ຈົ່ງເສັ້ນຝ້າຍໄວ້ຍາວປະມານ 15 ຊັງຕີແມັດ

  7. ປະໄວ້ໃຫ້ແຫ້ງ

  8. ທາກາວໃສ່ຄັນຟອຍສ່ວນທີ່ຈະພັນນັ້ນສາກ່ອນ

  9. ຕ້ອງພັນໃຫ້ສະເໝີກັບບ່ອນທີ່ໝາຍໄວ້

  10. ຫຼັງຈາກພັນແລ້ວໃຫ້ກ້ຽວເສັ້ນຝ້າຍທີ່ເຫຼືອນັ້ນໃສ່ຄັນຟອຍ 3 ເຖິງ 4 ຮອບ, ແລ້ວມັດໃຫ້ແໜ້ນ

  11. ເອົາສະກ໋ອດ ຫຼື ຄຽນສົ້ນສຸດໄວ້ໃຫ້ແໜ້ນ

ຂໍ້ຄວນເອົາໃຈໃສ່

  • ເວລາເອົາຂົນໄກ່ມາເຮັດຟອຍບໍ່ຄວນເອົາຂົນປີກ ຫຼື ຂົນຫາງມາເຮັດເພາະມັນເປັນຂົນທີ່ແຂງ
  • ຟອຍຂົນໄກ່ໃຊ້ສຳລັບປັດກວາດໜ້າໂຕະ, ຕັ່ງ, ໄຊຟາ... ຫ້າມເອົາໄປປັດກວາດດິນ ຫຼື ຫຍ້າ
ການປະກອບສ່ວນ