ການຕໍ່າສາດ

Soulivanh BOUNTHAMMY
ຂັ້ນຕອນ ແລະ ວິທີການຕໍ່າສາດ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%95%E0%B8%B3%E0%B8%AA%E0%B8%B2%E0%B8%94&source=lnms&tbm=isch&sa=X&ved=0ahUKEwjF_-jAgKfkAhXJdd4KHU_qAS4Q_AUIESgB&biw=1280&bih=561&dpr=1.5#imgrc=uayWsr5pZ0L3NM:
Joakinyanutt Joahumplusplus

ການຕໍ່າສາດ 
   ການຕໍ່າສາດມີມາປະມານ 100 ກວ່າປີແລ້ວ ສ່ວນຫຼາຍຕໍ່າເພື່ອໃຊ້ສອຍພາຍໃນຄອບຄົວ ແລະ ເພື່ອແລກປ່ຽນສິ່ງໃຊ້ສອຍພາຍໃນໝູ່ບ້ານ ແລະ ບ້ານໃກ້ຄຽງ ໂດຍເລີ່ມຕົ້ນຕໍ່າຈາກຕົ້ນຜື 3 ຫຼ່ຽມເພາະມີຄຸນສົມບັດໜຽວເມື່ອຕໍ່າເປັນຜືນສາດ ມີຄວາມທົນທານກວ່າຕົ້ນຜືກົມ. 

ການກັບກ່ຽວຕົ້ນຜື
   ເມື່ອອາຍຸຕົ້ນຜືເກີດໄດ້ປະມານ 2-4 ເດືອນ, ຕົ້ນຜືມີຄວາມໜຽວພໍປະມານ ໂດຍສັງເກີດຕົ້ນຜືອອກດອກຈິ່ງເປັນໄລຍະທີ່ມີຄວາມໜຽວທີ່ສາມາດເກັບກ່ຽວໄດ້ ໂດຍໃຊ້ມີດ ຫຼື ກ່ຽວຕັດບໍລິເວນເຫງົ້າຂອງຕົ້ນເພື່ອໃຫ້ຕົ້ນຜືແຕກໜໍ່ຂຶ້ນມາໃໝ່.

ກໍາມະວິທີການຊອຍການຕາກ
   ການຊອຍຜືເຮັດໄດ້ 2 ແບບຄື: ການຊອຍເປັນເສັ້ນສົດໆ ຫຼື ຕາກແດດໃຫ້ພໍໝາດໆ (1 ແດດ) ຈື່ງນໍາມາຊອຍ ແລ້ວແຕ່ຂະໜາດຂອງຕົ້ນຜື ແລະ ລັກສະນະການນໍາມາໃຊ້, ຫຼັງຈາກນັ້ນແມ່ນນໍາໄປຕາກແດດປະມານ 2-3 ແດດ ໂດຍຕົ້ນຜືຈະປ່ຽນເປັນສີຂຽວ ຫຼື ສີຂາວ.

ການຍອມ
   ຈາກນັ້ນເຂົ້າສູ່ຂັ້ນຕອນການຍ້ອມ ໂດຍການນໍາຜືໄປແຊ່ນໍ້າກ່ອນປະມານ 1 ຊົ່ວໂມງເພື່ອໃຫ້ອີ່ມນໍ້າ, ເອົາຜືໄປຕາກແດດໃຫ້ພໍໝາດໆ ແລ້ວນໍາເສັ້ນຜືລົງໝໍ້ຍ້ອມສີທີ່ຕຽມໄວ້ແລ້ວ ຈົນເສັ້ນຜືອີ່ມນໍ້າສີປະມານ 20 ນາທີ ແລ້ວຈື່ງນໍາຜືໄປຕາກແດດອີກປະມານ 2 ແດດ ແລ້ວເກັບຮັກສາເພື່ອຕໍ່າສາດ.

ວິທີການຕໍ່າ
   ນໍາດ້າຍ ຫຼື ເອັນມາຂຶງໄວ້ກັບກີ້ຕໍ່າສາດໃຫ້ເປັນເຄື່ອຫູກໄປຕາມແນວຂອງຟືມ ແລ້ວນໍາຜືສອດເຂົ້າກັບໄມ້ສອດເພື່ອທີ່ຈະນໍາສອດເຂົ້າເຄື່ອຫູກ, ເມື່ອສອດຜືເຂົ້າໄປແລ້ວໃຫ້ຜັກຜືເຂົ້າຫາຕົວເອງໃຜ້ຜືແໜ້ນຕິດກັນກາຍເປັນລາຍຕ່າງໆຕາມທີ່ຕ້ອງການ.
   ຫຼັງຈາກຕໍ່າສາດໄດ້ຕາມຂະໜາດທີ່ຕ້ອງການແລ້ວ, ຂັ້ນຕອນສຸດທ້າຍຄືການຍີບຂອບສາດ, ຕັດຂອບສາດໃຫ້ເທົ່າກັນ, ນໍາຜ້າທີ່ໃຊ້ໃນການຍັບຂອບຂອງຜ້າຮົ່ມ ເລືອກສີຕາມທີ່ຕ້ອງການ, ການຍີບຂອບຕ້ອງໃຊ້ເຄື່ອງຈັກໄຟຟ້າ.
ສິ່ງທີ່ຄວນເອົາໃຈໃສ່
   - ຄວນເກັບຜືຕອນອອກດອກເພາະຕົ້ນຈະແກ່ດີ.
   - ຕໍ່າແລ້ວຄວນຕາກແດດໃຫ້ແຫ້ງຕື່ມ.
   - ຄວນເກັບຮັກສາໂດຍມີຖົງປລາສຕິກຫຸ້ມຫໍ່ເພື່ອປ້ອງກັນຄວາມຊຸ່ມ.

ຂໍ້ມູນຈາກ: ປື້ມຄູ່ມືວິທີການຕໍ່າສາດຜື (ກະຊວງກະສິກໍາ ແລະ ປ່າໄມ້)

ການປະກອບສ່ວນ