![Phakhaolao.la](/sites/default/files/public/styles/publication_feature_image/public/publications/images/vangsagnuan1.jpg?itok=g83qbTbF)
ວັງສະຫງວນ ຢູ່ຕາມສາຍນໍ້າລໍາຫ້ວຍພາຍໃນ ແຂວງຫົວພັນແມ່ນໄດ້ກາຍເປັນຍຸດທະ
ສາດທີ່ໄດ້ຮັບຜົນດີ ໂດຍການເຂົ້າຮ່ວມຂອງຊຸມຊົນໃນທ້ອງຖິ່ນເພື່ອຮັບປະກັນໃຫ້ປະຊາ
ກອນປາຊະນິດພັນຕ່າງໆໃຫ້ມີຄວາມອຸດດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນ
ພື້ນຖານທີ່ຕອບສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກປາຫລາຍ
ຂຶ້ນ ແລະ ມີລາຍຮັບເພີ່ມຂຶ້ນຈາກການຂາຍປາ. ວັງສະຫງວນຍັງຊ່ວຍໃນການອະນຸລັກ
ດິນແຄມຕາຝັ່ງລວມທັງການທ່ອງທ່ຽວ.