ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ.

Languages

12 Feb 2020 Authors: tabi
TABI

ໃນທົ່ວຂົງເຂດພາກເໜືອ ຂອງ ສປປລ, ການະລິດແຂມ ເປປັນແຫລ່ງສ້າງລາຍຮັບໃຫ້ແກ່ຫລາຍຄອບຄົວ ແລະ ຍັງເປັນແຫລ່ງອາຫານໃຫ້ແກ່ສັດລ້ຽງອີກດ້ວຍ. ຕົ້ນດອກແຂມ ມີຊື່ ວິທະຍາສາດວ່າ “Thysanolaena maxima”, ເປັນພືດທໍາມະຊາດທີ່ເກີດຂຶ້ນເອງ, ບາງບ່ອນກໍໄດ້ມີການປູກຢູ່ຕາມພື້ນທີ່ໄຮ່ເຫລົ່າ ແລະ ຕາມແຄມທາງ. ນອກຈາກວຽກງານການຕັດດອກແຂມແລ້ວ ກໍຍັງຕ້ອງໄດ້ໃຊ້ແຮງງານໃນການເກັບກູ້ແຂມ ແລ້ວກໍເອົາໄປຕາກແດດ ແລະ ໄປຟາດເອົາເມັດດອກອອກໃຫ້ໝົດຈາກກ້ານດອກສ່ວນທີ່ຈະເອົາໄປເຮັດຟອຍກວາດຕໍ່ໄປ. ໄລຍະລະດູການເກັບກ່ຽວດອກແຂມແມ່ນຈະຢູ່ໃນລະຫວ່າງສີ່ເດືອນ ເລີ້ມແຕ່ ເດືອນທັນວາ ຫາ ເດືອນມິນາ ແຕ່ບາງປີກໍປ່ຽນແປງໄປຕາມເງື່ອນໄຂສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ຕົ້ນແຂມກໍຍັງໄດ້ຖືກປູກຂຶ້ນເປປັນພືດເສດຖະກິດ ໂດຍຊາວບ້ານບາງຄົນ ແລະ ມີການນໍາໃຊ້ປັດໃຈຂາເຂົ້າຊ່ວຍຈໍານວນໜ້ອຍທີ່ສຸດ. ໃນການປູກ ແມ່ນໃຊ້ເວລາໜ້ອຍກ່ວາປູກພືດສິນຄ້າອື່ນໆ. ຫລັງຈາກປູກແລ້ວກໍມີແຕ່ຕ້ອງໄດ້ເສຍຫຍ້າ ຫຼື ວັດຊະພືດອື່ນໆອອກ ແລະ ຕັດຕົ້ນແຂມໜຶ່ງຄັ້ງຕໍ່ປີ ຫລັງຈາກເກັບກ່ຽວ. ພ້ອມນັ້ນ, ການເກັບກ່ຽວແຂມຈາກສວນປູກ ແມ່ນງ່າຍກ່່ວາການເກັບກ່ຽວເອົາຈາກປ່າທໍາມະຊາດ ເພາະວ່າຜົນຜະລິດດອກແຂມຢູ່ໃນສວນປູກແມ່ນຈະມີຫລາຍກ່ວາຢູ່ໃນປ່າແບບຊະຊາຍ. ບັນດາຊາວກະສິກອນ ສາມາດປູກຕົ້ນແຂມດ້ວຍຮາກເຫງົ້າໃນປປີທີ່ 1 ແລະ ສາມາດເກັບກ່ຽວໄດ້ໃນປີທີ່ 3 ແລະ ປີຕໍ່ໆໄປຕະຫຼອດ, ຜົນຜະລິດ ຄາດວ່າໄດ້ 4 ຕ/ຮຕ ຊຶ່ງເປັນຍອດແຂມແຫ້ງ ແລະ ໄດ້ຟາດເອົາເມັດດອກອອກໝົດແລ້ວ, ສ່ວນຜົນຜະລິດທີ່ເກັບເອົາຈາກປ່າທໍາມະຊາດ ແມ່ນຈະໄດ້ຮັບພຽງແຕ່ປະມານ 800 ຫາ 1,500 ກລ/ຮຕ. ພາຍຫລັງທີ່ໄດ້ເກັບກ່ຽວເອົາດອກແຂມມາແລ້ວ ກໍຈະຕ້ອງໄດ້ເອົາໄຕາກແດດປະມານສອງຫາສາມມື້ເພື່ອໃຫ້ແຫ້ງດີແລ້ວກໍເອົາໄປຟາດເອົາເມັດດອກອອກໃຫ້ໝົດ, ສ່ວນເສັ້ນກ້ານດອກທີ່ເຫລືອກໍເອົາມັດລວມກັນເກັບມ້ຽນໄວ້ເພື່ອຂາຍໃຫ້ພໍ່ຄ້າເກັບຊື້ໃນລາຄາ 6,000 ກີບ/ກິໂລ ຫລື ບາງຈໍານວນກໍນໍາເອົາໄປເຮັດເປັນຟອຍກວາດ ເພື່ອຂາຍເອົາເງິນໃນລາຄາ 15,000 ກີບ/ກ້ານ. ອີງຕາມມາດຕະຖານດ້ານຄຸນະພາບ ມີກ້ານດອກທີ່ຍາວ ແລະ ມີດອກເຕັມ ແມ່ນເປັນທີ່ຕ້ອງການຫລາຍ ແລະມັນຕ້ອງໄດ້ມີຄວາມສະອາດ ແລະ ບໍ່ຫັກບໍ່ເໜົ່າຖືກໂດກເສຍຫາຍ. 
ໃນການເຮັດຟອຍ, ແມ່ນຍັງຕ້ອງໄດ້ໃຊ້ລໍາຕົ້ນແຂມມາມັດໂຮມເຂົ້າກັນເປັນກ້ານຟອຍ ຫລື ບາງກໍລະນີກໍເອົາໄມ້ປ່ອງມາເຮັດກ້ານແທນກໍມີ. ແຂມແຫ້ງທີ່ໄດ້ຟາດເມັດອອກແລ້ວຈໍານວນ 1 ກິໂລ ຈະສາມາດເຮັດຟອຍໄດ້ 3 ກ້ານ, ແລະ ໜຶ່ງແຮງງານຄອບຄົວ ຈະສາມາດຜະລິດຟອຍຢູ່ເຮືອນຂອງຕົນເອງໄດ້ 12 ກ້ານ ຕໍ່ໜຶ່ງມື້, ເມື່ອຂາຍອອກແລ້ວກໍຈະມີລາຍຮັບສະເລ່ຽ ມື້ລະ 180,000 ກີບ ຫລືເທົ່າກັບ 21 USD. ນອກຈາກຟອຍກວາດເຮືອນແລ້ວ ປະຊາຊົນກໍຍັງໄດ້ຜະລິດເປັນຟອຍປັດອັນນ້ອຍໆ ເພື່ອເປັນແປງປັດຝຸ່ນ ຫລື ເປັນແປງທາສີ ກໍມີ. ຟອຍຈາກແຂມແມ່ນມີຄວາມທົນທານ ສາມາດເກັບຮັກສາ ແລະ ນໍາໃຊ້ໄດ້ເປັນເວລາຫລາຍເດືອນ.  

ດາວໂຫລດ

ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ. - ລາວ (793 KB)

ບົດສະເໜີໂຄງການຫຍໍ້ ການຜະລິດຟອຍກວາດຈາກແຂມ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງ ຊຸມຊົນໃນຊົນນະບົດ.

BROOM GRASS STICK PRODUCTION FOR RURAL COMMUNITIES’ POVERTY REDUCTION - English (793 KB)

BROOM GRASS STICK PRODUCTION FOR RURAL COMMUNITIES’ POVERTY REDUCTION

ການປະກອບສ່ວນ