ການປະເມີນສະພາບນິເວດຂອງສາຍນ້ຳລີກແຂວງວຽງຈັນ ໂດຍໃຊ້ປັດໄຈທາງກາຍະພາບ, ເຄມີ ແລະ ຊີວະພາບ

Languages

24 Sep 2018 Authors: ໄຊຍະສິດ ພົມມະຈັນທອນ ແລະ ທີ່ປຶກສາ ຮສ ດຣ ຈັນດາ ວົງສົມບັດ
Xayasith

ການສຶກສາສະພາບນິເວດຂອງສາຍນໍ້າລີກ, ແຂວງວຽງຈັນ ໂດຍນໍາໃຊ້ປັດໄຈຕົວຊີ້ວັດທາງກາຍະພາບ, ເຄມີ ແລະ ຊີວະພາບ ເພື່ອປະເມີນຜົນກະທົບຈາກກິດຈະກໍາຕ່າງໆທີ່ມີຕໍ່ສະພາບນິເວດ. ດໍາເນີນການ ສໍາຫຼວດ ແລະ ເກັບຂໍ້ມູນໃນເດືອນມັງກອນ ແລະ ເດືອນພຶດສະພາ ປີ 2018 ຈາກຈຸດເກັບຕົວຢ່າງ ທີ່ກໍານົດຕາມສາຍນໍ້າລີກ. ໂດຍແບ່ງເປັນ 3 ເຂດຄື: ເຂດຕົ້ນນໍ້າ (ເມືອງກາສີ) ລວມ 3 ຈຸດ ໃນນີ້ມີ 1 ຈຸດອ້າງອີງ, ເຂດກາງສາຍນໍ້າ (ເມືອງເຟືອງ) ຈໍານວນ 2 ຈຸດ ແລະ ເຂດປາຍນໍ້າ (ເມືອງຫີນເຫີບ- ແກ້ວອຸດົມ) ເມືອງລະ 1 ຈຸດ, ລວມທັງໝົດຈໍານວນ 7 ຈຸດ. ຜົນການສຶກສາພົບວ່າບັນດາປັດໄຈທາງ ກາຍະພາບ ແລະ ເຄມີ ເຊັ່ນ: ອຸນຫະພູມນໍ້າ, ຄວາມໄວຂອງກະແສນ້ຳ, ຄ່າຊັກນໍາໄຟຟ້າ, ຄວາມຂຸ່ນ ຂອງນ້ຳ, ຄ່າ pH, ຄ່າ TDS, ຄ່າ PO4, ຄ່າ NO3-N, ຄ່າ DO ແລະຄ່າ BOD ໃນລະຫວ່າງຈຸດຕໍ່ຈຸດ ແລະ ເດືອນຕໍ່ເດືອນມີຄວາມແປຜັນແຕກຕ່າງກັນຢ່າງມີຄວາມສໍາຄັນທາງສະຖິຕິ (p<0.05). ຄ່າສະເລ່ຍຄຸນນະພາບນໍ້າລີກຈາກບັນດາຈຸດເກັບຕົວຢ່າງເກືອບທັງໝົດໃນຊ່ວງລະດູແລ້ງ ໂດຍທົ່ວໄປຈັດຢູ່ໃນເກນມາດຕະຖານນ້ຳໜ້າດິນປະເພດທີ 2. ຍົກເວັ້ນຈຸດ NL4 ທີ່ພົບວ່າ DO ມີຄ່າຕໍ່າກວ່າ ແລະ  BOD  ມີຄ່າສູງກວ່າເກນຂອງມາດຕະຖານຄຸນນະພາບນໍ້າແຫ່ງຊາດ ທັງສອງຄັ້ງເກັບຕົວຢ່າງ, ເຊິ່ງຄຸນນະພາບນໍ້າລີກໃນຈຸດນີ້ຈັດຢູ່ໃນເກນມາດຕະຖານ ນ້ຳໜ້າດິນປະເພດ ທີ 3. ສໍາລັບຜົນການສຶກສາປັດໄຈທາງຊີວະພາບພົບວ່າ: ໃນຈໍານວນສັດບໍ່ມີກະດູກສັນຫຼັງຂະໜາດໃຫຍ່ ທີ່ໄດ້ຈາກ ຈຸດເກັບຕົວຢ່າງທັງໝົດຈໍານວນ 56,910 ໂຕ, ນອນຢູ່ໃນຈໍານວນ 20 ເຜົ່າ, 96 ຕະກຸນ ແລະ 213 ສະກຸນ. ເຜົ່າພົບຈຳນວນສະກຸນສູງສຸດໄດ້ແກ່ເຜົ່າແມງຊອຍ (Ephemeroptera) ມີ 42 ສະກຸນ ກວມເອົາ 19.72%. ຄ່າດັດຊະນີຄວາມຫຼາກຫຼາຍລະດັບຕະກຸນ (H’) ແລະ ດັດຊະນີ ຄວາມສະໝໍ່າ ສະເໝີ (J’) ໃນການກະຈາຍຕົວຂອງສັດເກືອບທຸກຈຸດລວມທັງຈຸດອ້າງອີງມີທ່າອ່ຽງຫຼຸດລົງໃນເດືອນ ພຶດສະພາ ທຽບກັບມັງກອນ, ຍົກເວັ້ນຈຸດ NL  2 ພຽງຈຸດດຽວທີ່ຄ່າທັງສອງເພີ່ມຂຶ້ນໃນ ເດືອນ ພຶດສະພາ. ຜົນການປະເມີນຄຸນນະພາບນ້ຳໃນນ້ຳລີກໂດຍການນຳໃຊ້ຄ່າຄະແນນຂອງສັດທີ່ພົບ ຕາມລະບົບ ຄ່າຄະແນນ BMWP  Thai  ຮ່ວມກັບ ASPT ພົບວ່າ ມີຄ່າຄະແນນສະເລ່ຍຂອງ ASPT= 6.51. ການວິເຄາະຄວາມສໍາພັນລະຫວ່າງປັດໄຈທາງກາຍະພາບ, ເຄມີ ຈໍານວນທັງໝົດ 10 ປັດໄຈ ກັບດັດຊະນີຄວາມຫຼາກຫຼາຍລະດັບຕະກຸນຂອງສັດ ພົບວ່າມີພຽງ 2ປັດໄຈຄື DO ແລະ BOD ເທົ່ານັ້ນ ທີ່ມີຄ່າຄວາມສໍາພັນສູງ ແລະ ມີຄວາມສໍາຄັນທາງສະຖິຕິ (r = 0.65, p = 0.012 ແລະ   r = 0.57 , p = 0.031) ຕາມລໍາດັບ. ເມື່ອສັງລວມຜົນຂອງທຸກປັດໄຈເຂົ້າໃນການປະເມີນສະພາບນິເວດວິທະຍາ ຂອງສາຍນໍ້າລີກໃນແຕ່ລະເຂດພົບວ່າຍັງຢູ່ໃນສະພາບຂ້ອນ ຂ້າງປົກກະຕິດີ, ຍັງສາມາດເອື້ອ ອໍານວຍເງື່ອນໄຂຕ່າງໆໃຫ້ແກ່ການດໍາລົງຊີວິດຂອງສິ່ງມີຊີວິດໃນນໍ້າໄດ້.

ດາວໂຫລດ

Ecological Health Assessment of Lik River at Vientiane Province by Using Physical, Chemical and Biological factors - ລາວ (2.1 MB)

Ecological Health Assessment of Lik River at Vientiane Province by Using Physical, Chemical and Biological factors

ການປະກອບສ່ວນ