ເອາະໜໍ່ຫວາຍ
ເອາະໜໍ່ຫວາຍ ອາຫານພື້ນບ້ານທີ່ໃຜໆກໍ່ຮູ້ຈັກ ປະກອບໄປດ້ວຍຜັກສະມຸນໃຜນາໆຊະນິດ
ເຮືອນຄົວລາວ
phakhaolao. la
ສ່ວນປະສົມ
- ຍອດຫວາຍ 10-15 ໜໍ່
- ໝາກເຜັດ 5 ໜ່ວຍ
- ເຫັດຕັ່ນ 1 ຖ້ວຍນ້ອຍ
- ເຫັດຂາວ 1 ຖ້ວຍນ້ອຍ
- ຜັກຊີ 1 ມັດນ້ອຍ
- ຫອມບົ່ວ 2 ຕົ້ນ
- ຜັກອີຕູ່ 1 ມັດນ້ອຍ
- ນ້ຳ 5 ຈອກ
- ຊີ້ນໝູ ½ kg
- ໃບຢານາງ 10-15 ໃບ
- ເຂົ້າເບືອ 1 ຖ້ວຍນ້ອຍ
- ເກືອ ½ ບ່ວງແກງ
- ປາແດກ ຫຼື ນ້ຳປາ 2 ບ່ວງແກງ
ກຽມສ່ວນປະສົມ
- ຕຳເຂົ້າເບືອ ແລະ ໝາກເຜັດໃຫ້ມຸ່ນ
- ປອກເປືອກແຂງໜໍ່ຫວາຍ ອອກໃຫ້ໝົດ
- ລ້າງໜໍ່ຫວາຍ, ເຫັດ ແລະ ຜັກສະມຸນໄພຕ່າງໆ ເພື່ອນຳມາຊອຍ ຍາວ 4-5 ຊມ
- ບົດຢານາງ ປະສົມກັບນ້ຳ
ວິທີປຸງແຕ່ງ
- ຄ້າງໝໍ້ໃສ່ນ້ຳຢານາງ, ເກືອ ແລະ ປາແດກ ຫຼື ນ້ຳປາ ລໍຖ້ານ້ຳໃຫ້ຟົດແລ້ວໃສ່ຊີ້ນໝູ, ຕົ້ມປະໄວ້ປະມານ 10 ນາທີ
- ໃສ່ເຫັດ ແລະ ໜໍ່ຫວາຍ ຕາມດ້ວຍເຂົ້າເບືອ ແລະ ໝາກເຜັດ, ອ່ອມໄວ້ 15-20 ນາທີ ຫຼືຈົນກ່ວາໜໍ່ຫວາຍຈະສຸກ
- ໃສ່ຜັກ ແລະ ສະມຸນໄພຕ່າງໆ ທີ່ກຽມໄວ້, ປິດຝາປະໄວ້ປະມານ 5 ນາທີ
- ຕັກໃສ່ຖ້ວຍພ້ອມຮັບປະທານ