ເອາະໜໍ່ຫວາຍ

Andy Souvanhphukdee
ເອາະໜໍ່ຫວາຍ ອາຫານພື້ນບ້ານທີ່ໃຜໆກໍ່ຮູ້ຈັກ ປະກອບໄປດ້ວຍຜັກສະມຸນໃຜນາໆຊະນິດ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ຍອດຫວາຍ 10-15 ໜໍ່
  • ໝາກເຜັດ 5 ໜ່ວຍ
  • ເຫັດຕັ່ນ 1 ຖ້ວຍນ້ອຍ
  • ເຫັດຂາວ 1 ຖ້ວຍນ້ອຍ
  • ຜັກຊີ 1 ມັດນ້ອຍ
  • ຫອມບົ່ວ 2 ຕົ້ນ
  • ຜັກອີຕູ່ 1 ມັດນ້ອຍ
  • ນ້ຳ 5 ຈອກ
  • ຊີ້ນໝູ ½ kg 
  • ໃບຢານາງ 10-15 ໃບ
  • ເຂົ້າເບືອ 1 ຖ້ວຍນ້ອຍ
  • ເກືອ ½ ບ່ວງແກງ
  • ປາແດກ ຫຼື ນ້ຳປາ 2 ບ່ວງແກງ

ກຽມສ່ວນປະສົມ

  • ຕຳເຂົ້າເບືອ ແລະ ໝາກເຜັດໃຫ້ມຸ່ນ
  • ປອກເປືອກແຂງໜໍ່ຫວາຍ ອອກໃຫ້ໝົດ 
  • ລ້າງໜໍ່ຫວາຍ, ເຫັດ ແລະ ຜັກສະມຸນໄພຕ່າງໆ ເພື່ອນຳມາຊອຍ ຍາວ 4-5 ຊມ
  • ບົດຢານາງ ປະສົມກັບນ້ຳ

ວິທີປຸງແຕ່ງ

  • ຄ້າງໝໍ້ໃສ່ນ້ຳຢານາງ, ເກືອ ແລະ ປາແດກ ຫຼື ນ້ຳປາ ລໍຖ້ານ້ຳໃຫ້ຟົດແລ້ວໃສ່ຊີ້ນໝູ, ຕົ້ມປະໄວ້ປະມານ 10 ນາທີ
  • ໃສ່ເຫັດ ແລະ ໜໍ່ຫວາຍ ຕາມດ້ວຍເຂົ້າເບືອ ແລະ ໝາກເຜັດ, ອ່ອມໄວ້ 15-20 ນາທີ ຫຼືຈົນກ່ວາໜໍ່ຫວາຍຈະສຸກ
  • ໃສ່ຜັກ ແລະ ສະມຸນໄພຕ່າງໆ ທີ່ກຽມໄວ້, ປິດຝາປະໄວ້ປະມານ 5 ນາທີ
  • ຕັກໃສ່ຖ້ວຍພ້ອມຮັບປະທານ
Contribute