20 ພຶດສະພາ ວັນເຜິ້ງໂລກ

ບໍ່ມີເຜິ້ງ ບໍ່ມີອາຫານ
phakhaolao.la
phakhaolao.la

ເຄີຍໄດ້ຍິນຄຳເວົ້ານີ້ບໍ? "ຖ້າຫາກເຜິ້ງສູນພັນໄປ ມວນມະນຸດຊາດຈະດຳລົງຊີວິດຢູ່ໄດ້ຕໍ່ໄປພຽງ 4 ປີ ເທົ່ານັ້ນ" Albert Einstein

ນັ້ນກໍເພາະວ່າ ເຜິ້ງໂຕນ້ອຍ 🐝 ມີຄວາມສຳຄັນຢ່າງໃຫ່ຍຫຼວງເຊັ່ນ ສ້າງລະບົບນິເວດໃຫ້ມີຄວາມສົມດຸນ ໂດຍການຜະລິດເກສອນດອກໄມ້ ຊະນິດຕ່າງໆ ແລະ ຍັງເປັນແມງໄມ້ເສດຖະກິດ ທີ່ຊ່ວຍຜະລິດນໍ້າເຜິ້ງ ເຊິ່ງມີຄຸນຄ່າສູງທາງດ້ານໂພຊະນາການທາງອາຫານ ແລະ ຢາ

ແຕ່ໜ້າເສຍດາຍທີ່ປະຈຸບັນຈຳນວນເຜິ້ງນັບມື້ນັບຫຼຸດໜ້ອຍຖອຍລົງ ເນື່ອງມາຈາກການນຳໃຊ້ສານເຄມີຕໍ່ການຜະລິດກະສິກຳ, ການຂາດທີ່ຢູ່ອາໄສທີ່ອຳນວຍ, ແລະ ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ

"ບໍ່ມີເຜິ້ງບໍ່ມີອາຫານ" ເຖິງເວລາແລ້ວທີ່ເຮົາຈະຄວນເອົາໃຈໃສ່ຢ່າງຈິງຈັງຕໍ່ການອະນຸລັກຮັກສາເຜິ້ງໂຕນ້ອຍ ລວມເຖິງເຫຼົ່າສິ່ງມີຊີວິດນ້ອຍໃຫ່ຍ ຫຼື ຊີວະນາໆພັນບໍ່ໃຫ້ຖືກຄຸກຄາມຫຼາຍໄປກວ່ານີ້ ໃນມື້ທີ່ຍັງມີໂອກາດ

ການປະກອບສ່ວນ