13 ກໍລະກົດ 2023 ເປັນວັນປ່ອຍປາແຫ່ງຊາດ ແລະ ເນື່ອງໃນໂອກາດຄົບຮອບ 26 ປີ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດລາວ

"ຊົມເຊີຍ ວັນປ່ອຍປາ, ອະນຸລັກ-ສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ"
"ຈົ່ງພ້ອມກັນປ່ອຍປາ, ອະນຸລັກສັດນ້ຳ ແລະ ສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ”
“ການປົກປັກຮັກສາປາ, ສັດນ້ຳ ແລະ ສັດປ່າແມ່ນພັນທະຂອງປວງຊົນທັງຊາດ”
 ວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ
www.phakhaolao.la

 

ມື້ນີ້ ເນື່ອງໃນໂອກາດຄົບຮອບ 26 ປີ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດລາວ ລັດຖະບານ ແຫ່ງ ສປປ ລາວ ໄດ້ກະກຽມແຜນທີ່ຈະປ່ອຍສັດນໍ້າ ແລະ ສັດປ່າ ຈໍານວນ 62 ລ້ານໂຕ ສູ່ປ່າ ເພື່ອເປັນການປູກຈິດສໍານຶກໃຫ້ ເຫັນເຖິງຄວາມສໍາຄັນຂອງສັດປ່າ.

ພາເຂົ້າລາວ, ພວກເຮົາຍິນດີເປັນຢ່າງສູງຕໍ່ກັບ ການລິເລີ່ມທີ່ສຳຄັນນີ້, ພ້ອມດຽວ​ກັນ​ນັ້ນ ພວກ​ເຮົາຂໍ​ເຊີນຊວນ​ໃຫ້​ທຸກໆທ່ານ​ທົ່ວປະເທດ​ລາວ ​ລວມທັງ​ພົນລະ​ເມືອງ, ຜູ້​ວາງ​ນະ​ໂຍບາຍ, ອົງການ​ຈັດຕັ້ງຕ່າງໆ ​ແລະ ພາກ​ເອກະ​ຊົນ ຈົ່ງ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ປ່າ​ໄມ້, ດິນ​ບໍລິເວນນໍ້າ ​ແລະ ​ລະບົບ​ນິ​ເວດ​ອື່ນໆ, ຖ້າປາສະຈາກຖິ່ນທີ່ຢູ່ອາໄສທີ່ຈຳເປັນເຫຼົ່ານີ້ສັດທີ່ຖືກປ່ອຍອອກມາໃນມື້ນີ້ກໍ ຈະບໍ່ສາມາດເຕີບໃຫຍ່ໄດ້ໃນອະນາຄົດ.

ດັ່ງນັ້ນ, ພາເຂົ້າລາວ ຈຶ່ງມີຄວາມຍຶດໝັ້ນໃນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ, ພວກ​ເຮົາ​ເຊື່ອ​ວ່າ ​ຊີວະນາໆພັນກະສິກຳ ເປັນຮາກ​ຖານທີ່​ສໍາຄັນຂອງ​ລະ​ບົບ​ນິ​ເວດ​ ແລະ ​ຖິ່ນທີ່​ຢູ່​ອາ​ໄສທາງ​ທໍາ​ມະ​ຊາດ.​ ຊີວະນາໆກະສິກຳ ຄືສິ່ງທີ່ກົງກັນຂ້າມກັບກະສິກຳແບບເຊີງດ່ຽວ (ການປູກພືດພຽງຊະນິດດຽວໃນດິນຕອນໜຶ່ງ) ແລະ ຍັງເປັນສິ່ງທີ່ຊຸມຊົນລາວປະຕິບັດມາເປັນເວລາຫຼາຍສັດຕະວັດແລ້ວ. ເຊິ່ງຊຸມ​ຊົນ​ເຫຼົ່າ​ນີ້ໄດ້ເພິ່ງພາອາໄສ​ຊະ​ນິດພັນ​ທີ່​ຫຼາກ​ຫຼາຍເພື່ອເປັນ​ອາ​ຫານ, ຢາ, ເຄື່ອງ​ນຸ່ງ​ຫົ່ມ, ສິ່ງ​ກໍ່​ສ້າງ, ສິ່ງປະດັບ ແລະ ທາງດ້ານ​ວັດ​ທະ​ນະ​ທໍາ.

 

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ການປະກອບສ່ວນ