ໂຄງການ ກ້າໄມ້ ແຕກໃບສົດໃສຢືນຕົ້ນ ໃຫ່ຍງາມ

ໂຄງການ ກ້າໄມ້ ແຕກໃບສົດໃສຢືນຕົ້ນ ໃຫ່ຍງາມ

ໂຄງການ ກ້າໄມ້ ແຕກໃບສົດໃສຢືນຕົ້ນ ໃຫ່ຍງາມ ເປັນການຮ່ວມມືລະຫວ່າງບໍລິສັດຣາຊ-ລາວບໍລິການຈຳກັດ ແລະ ກົມພັດທະນາວີຊາຊີບຊາວໜຸ່ມ  ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ດ້ານການພັດທະນາຍົກລະດັບຄວາມຮູ້ດ້ານວິຊາການ ແລະ ທັກສະສີມືແຮງງານ ສຳລັບປະກອບອາຊີບ ໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນຝຶກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ
 

ສະເພາະເງິນທຶນໝູນວຽນນີ້ ກົມພັັດທະນາວິຊາຊີບສູນກາງ ຊປປລ ນຳເອົາທຶນໄປມອບຕໍ່ໃຫ້ແກ່ຊາວໜຸ່ມກູ້ຢືມ ໂດຍບໍ່ມີດອກເບ້ຍ ເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເສີມສ້າງພັດທະນາວິຊຊີບພັດທະນາສີມືແຮງງານລາວໃຫ້ມີຄຸນະພາບ ແລະ ເງິນທຶນໝູນວຽນນັ້ນ ແມ່ນຖືກນຳໃຊ້ໝູນວຽນທຶນໃຫ້ແກ່ຊາວໜຸ່ມຜູ້ອື່ນໆທີ່ມີເງື່ອນໄຂກູ້ຢືມຕໍ່ໄປ ພາຍຫຼັງທີ່ໄດ້ເກັບກູ້ຄືນມາ
 

ປັດຈຸບັນ ເງິນທຶນນໝູນວຽນຈຳນວນນັ້ນ ໄດ້ປະຕິບັດມາໄດ້ 3 ໄລຍະ ສາມາດມອບທຶນຊ່ວຍເຫຼືອຊາວໜຸ່ມກູ້ຢືມທັງໝົດ ຈຳນວນ 43 ທຶນ ລວມມູນຄ່າທັງໝົດເກືອບ 400 ລ້ານກີບ ແລະ ໃນແຕ່ລະປີບໍລິສັດ ແລະ ສູນກາງຊາວໜຸ່ມ ຍັງໄດ້ລົງຊຸກຍູ້ຕິດຕາມຊາວໝຸ່ມເກືອບທຸກແຂວງທົ່ວປະເທດ ລວມໄປເຖິງຜູ້ທີ່ປະສົບຜົນສຳເລັດ ແລະ ຜູ້ທີ່ຍັງດຳເນີນທຸລະກິດໃນປະຈຸບັນນຳອີກ
 

ຜ່ານກາານຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ເຮັດໃຫ້ຊາວໜຸ່ມທີ່ດ້ອຍໂອກາດໄດ້ຮັບການສຶກສາຮ່ຳຮຽນ ແລະ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ຮາຊ-ລາວ ບໍລິການຈຳກັດ ເຮັດໃຫ້ມີວຽກເຮັດງານທຳສາມາດປະກອບກິດຈະການເປັນຂອງຕົນເອງໄດ້ ເຊັ່ນ: ກິດຈະການສ້ອມແປງລົດຈັກ ຕັດຫຍິບເຄື່ອງນຸ່ງຮົ່ມ ແລະ ເສີມຄວາມງາມອື່ນໆ
 

ເພື່ອເປັນການສືບຕໍ່ກະຕຸກຊຸກຍູ້ໂຄງການດັ່ງກ່າວ ທາງຄະນະທີມງານໂຄງການດັ່ງກ່າວ ທາງຄະນະທີມງານໂຄງການ ໄດ້ລົງຕິດຕາມຊຸກຍູ້ ຊາວໜຸ່ມຜູ້ທີ່ໄດ້ຮັບທຶນ ແລະ ມອບທຶນໃໝ່ຢູ່ 4 ແຂວງພາກເໜືອ ລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 4 ມິຖຸນາ 2020 ໂດຍເລີ່ມຈາກການຢ້ຽມຢາມຊາວໜຸ່ມຜູ້ໄດ້ຮັບທຶນ ທ້າວບຸນເພັງໄຊຍະສິດ ບ້ານດອນເມືອງຫຼ້າ ແຂວງອຸດົມໄຊ ແລະ ນາງສຸພາພອນ ພຸດສະນີ ບ້ານຊ່ອງຄ້ອງ ນະຄອນຫຼວງພະບາງ ພ້ອມທັງມອບທຶນໃຫ້ກັບຊາວໜຸ່ມທີ່ໄດ້ຮັບທຶນໃໝ່ ທ້າວ ກີຮືລາວກີ ບ້ານລາວເລວ ເມືອງສຳພັນ ແຂວງຜົ້ງສາລີ ແລະ ທ້າວເຄນ ໄສລັດຕະນະວົງ ບ້ານປຸງຫຼັກ ເມືອງກາສີ ແຂວງວຽງຈັນ
 

ຂ່າວ: ໜັງສືພິມວຽງຈັນໃໝ່

ການປະກອບສ່ວນ