ແນະນຳປະເພດອາຫານຊ່ວຍເພີ່ມພູມຕ້ານທານໃນມື້ທີ່ອາດປົນເປື້ອນມົນລະພິດ

https://www.google.com/url?sa=i&url=https%3A%2F%2Ffoodtank.com%2Fnews%2F2020%2F05%2Fhealthy-habits-14-governments-and-ngos-promoting-the-mediterranean-diet%2F&psig=AOvVaw0No2aaHFy2WCRuz4RfnqlD&ust=1596076808610000&source=images&cd=vfe&ved=0CAMQjB1qFwoTCLjHh8638eoCFQAAAAAdAAAAABAP
food tank

ນອກຈາກການຫຼຸດຄວາມຕຶງຄຽດ ອັນເປັນບໍເກີດຂອງພະຍາດທີ່ສຳຄັນ ຕໍ່ລະບົບພູມຕ້ານທານໃນຮ່່າງກາຍບົກຜ່ອງ ເຮົາຄວນຕ້ອງນອນຫຼັບພັກຜ່ອນໃຫ້ພຽງພໍເພື່ອໃຫ້ຮ່າງກາຍສ້າງ ແອນຕີ້ບໍດີ ເຊລລະບົບພູມຕ້ານທານດື່ມນ້ຳມື້ລະ 8 ຈອກ ເພື່ອຊ່ວຍເພີ່ມການຄັດຫຼັ່ງ ແລະ ຄວາມຊຸ່ມຊື່ນຂອງເຍື້ອຜິວທາງເດີນຫາຍໃຈ ທີ່ຈະຊ່ວຍປ້ອງກັນ ແລະ ດັບຈັບຝຸ່ນລະອອງຂອງເຊື້ອໂລກ ລວມໄປເຖິງມົນລະພິດ

ໃນມື້ທີ່ສະພາບອາກາດເຕັມໄປດ້ວຍມົນລະພິດທີ່ບໍ່ດີຕໍ່ຮ່າງກາຍ, ອາຫານກໍເປັນສິ່ງສຳຄັນດັງຄຳທີ່ວ່າ ກິນອັນໃດໄດ້ຢ່າງນັ້ນ ເຮົາຈຶ່ງມີຄຳແນະນຳອາຫານທີ່ຈະເປັນອີກຢ່າງໜຶ່ງ ເສີມສ້າງຄວາມແຂງຮງ ແລະ ສຸຂະພາບດີ ເພື່ອໃຫ້ຫ່າງໄກຄວາມເຈັບປ່ວຍ

ໝາກໄມ້ຕະກຸນສີສົ້ມເຫຼືອງ

ບໍ່ວ່າຈະໝາກກ້ຽງ, ໝາກນາວ, ໝາກຂີ້ຫູດ ເຊິ່ງໃຫ້ວິຕາມິນເອ ວິຕາມິນບີ ໂປຕັສຊຽມ ການຊຽມ ໄຍອາຫານ ຟົສຟໍຣັສ ແລະ ເຫຼັກ ຍັງມີວິຕາມິນຊີ ສູງ ເຊິ່ງວິຕາມິນຊີນັນ ເປັນເຄື່ອງຊ່ວຍຊັ້ນດີສຳລັບສ້າງລະບົບພູມຕ້ານທານ ແລະ ຊ່ວຍສ້າງເມັດເລືອດຂາວ ອັນເປັນກຸນແຈສຳຄັນໃນການຕໍ່ສູ້ກັບເຊື້ອໂຣກນັ້ນເອງ

ເຄື່ອງເທດ

ເພາະອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ແລະ ຍັງເປັນຢາ ເຊັ່ນ: ຂີງ, ກະທຽມ ແລະ ໝາກເຜັດແດງ ທີ່ເຕັມໄປດ້ວຍແຮ່ທາດ ແລະ ວິຕາມິນ ໂດຍ ຂີງ ນອກຈາກຊ່ວຍຫຼຸດການອັກເສບ ຍັງສາມາດຫຼຸດອາການເຈັບຄໍ ອາການປຸ້ນທ້ອງ ຊ່ວຍຫຼຸດອາການປວດຊໍ້າເຮື້ອ ທີ່ສຳຄັນຊ່ວຍສ້າງພູມຕ້ານທານໃຫ້ຮ່າງກາຍແຂງແຮງອີກ ສ່ວນກະທຽມເຄື່ອງເທດທີ່ມີລິດໃນການເສີມພູມຕ້ານທານ ໂດຍມີສ່ນອັນຊີລິນທີ່ຊ່ຍເພີ່ມປະສິດທິພາບໃນການເຮັດວຽກຂອງເຊລໃນລະບົບພູມຕ້ານທານ ມີລິດໃນການຕ້ານເຊື້ອແບກທີເຣຍ ໄວຣັັສ. ໝາກເຜັດແດງ ທີ່ເຕັມໄປດ້ວຍສານເບຕາແຄໂຣທີນທີ່ຈະເສີມລະບົບພູມຕ້ານທານໃຫ້ຮ່າງກາຍເຕັມປ່ຽມໄປດ້ວຍພະລັງງານ ແລະ ຄວາມແຂງແຮງ

ນົມສົ້ມ

ແຫຼ່ງໂປຣຕີນຊັ້ນເລີດ ເພາະໃນນົມສົ້ມນັ້ນຈະມີໂປຣຕີນຫຼາຍກວ່າໃນນົມເຖິງ 20% ນອກຈາກນີ້ຍັງຂຶ້ນຊື່ໃນເລື່ອງແລກໂຕບາຊິວລັສແບັກທີເຣຍຊັ້ນດີທີ່ຈະເສີມ ແລະ ສ້າງພູມຕ້ານທານບໍ່ໃຫ້ຮ່າງກາຍອ່ອນແອ

ສັດນ້ຳມີເປືອກ

ເພາະເຕັມໄປດ້ວຍໂອເມກາ 3 ກົດໄຂມັນຈຳເປັນຕໍ່ຮ່າງກາຍ ທີ່ຊ່ວຍເສີມສ້າງລະບົບການເຮັດວຽກຕ່າງໆຂອງຮ່າງກາຍທີ່ຈຳເປັນຢ່າງທີ່ເຮົາຮູ້ກັນດີ ນອກຈາກນີ້ ສານອາຫານໃນສັດນ້ຳມີເປືອກເຊັ່ນ: ກຸ້ງ ແລະ ປູ ຍັງມີ ສານຊີຣີນຽມ (selenium) ທີ່ຊ່ວຍເສີມສ້າງເຊລເມັດເລືອດຂາວໃຫ້ຜະລິດໂປຣຕີນ ໄຊໂຕຄານ (Cytokines) ສານທີ່ຈະຊ່ວຍກຳຈັດໄວຮັສຕ່າງໆອອກຈາກຮ່າງກາຍນັ້ນເອງ

 

source: Vientiane Mai

ການປະກອບສ່ວນ