ແນວລາວສ້າງຊາດແຂວງຜົ້ງສາລີ ປະກອບສ່ວນຊຸກຍູ້ປະຊາຊົນບັນດາເຜົ່າປູກຊາຂຽວເປັນສິນຄ້າ

ແນວລາວສ້າງຊາດ ແຂວງຜົ້ງສາລີ ຖືເອົາວຽກງານປັບປຸງຄວາມສາ ມັກຄີເປັນໃຈກາງເຕົ້າໂຮມຄວາມສາມັກຄີ, ມີບົດບາດຕັດສິນບັນຫາ, ການຈັດສັນພູມລໍາເນົາ ແລະ ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ເປັນບັນຫາສໍາຄັນ, ໄປພ້ອມໆ ກັບການຊຸກຍູ້ປະຊາຊົນບັນດາເຜົ່າໃນການປູກພືດເປັນສິນ ຄ້າ ແນໃສ່ການຫັນປ່ຽນເສດຖະກິດແບບທຳມະຊາດໄປສູ່ເສດຖະກິດເປັນສິນຄ້າຕາມກົນໄກເສດຖະກິດຕະຫລາດ.
https://www.google.com/url?sa=i&url=https%3A%2F%2Fwww.naturalfoodseries.com%2F11-benefits-green-tea%2F&psig=AOvVaw2ULvTvd-1pXecdZ9vr25Bd&ust=1597826076243000&source=images&cd=vfe&ved=0CAMQjB1qFwoTCKC1-JSspOsCFQAAAAAdAAAAABAD
Natural Food Series

ທ່ານ ທອງສະຫວັນ ທຳມະວົງ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ ໃຫ້ຮູ້ໃນກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ເຊິ່ງຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນ ທີ 11-12 ສິງຫາ 2020 ວ່າ: ເພື່ອຫັນປ່ຽນເສດຖະກິດທໍາມະຊາດໄປສູ່ເສດ ຖະກິດທີ່ເປັນສິນຄ້າ ເພື່ອຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍໄປສູ່ການປູກພືດເປັນສິນຄ້າຕາມກົນໄກຕະຫລາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແມ່ນໄດ້ກຳນົດໃຫ້ແຕ່ລະເມືອງ ກຳນົດຍຸດທະ ສາດການພັດທະນາແບບຍືນຍົງ ໂດຍເລີ່ມຈາກສະພາບຈຸດພິເສດ, ພູມລຳ ເນົາ ເພື່ອຫັນອາຊີບການຖາງປ່າເຮັດໄຮ່ແບບເລື່ອນລອຍ ໄປສູ່ອາຊີບອື່ນທີ່ໝັ້ນຄົງ ແລະ ມີລາຍຮັບປົກກະຕິ.

ໂດຍອີງໃສ່ພື້ນຖານ, ລັກສະນະຈຸດພິ ເສດ ແລະ ພູມອາກາດຄ້າຍຄືກັນ ໃນຈຳນວນ 22 ບ້ານ ໃຫ້ຢຶດຖືການປູກຊາເປັນສິນຄ້າ ເພື່ອສົ່ງອອກໄປຕະຫລາດ ສປ ຈີນ ໂດຍໃຫ້ບໍລິສັດຈີນ ເປັນຜູ້ລົງທຶນ ແລະ ສ້າງຕັ້ງໂຮງງານປຸງແຕ່ງ. ໃນການຈັດຕັ້ງປະຕິບັດວຽກ ງານ ແລະ ນະໂຍບາຍດັ່ງກ່າວ, ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ກໍໄດ້ປະກອບສ່ວນໃນການລົງຊຸກຍູ້ ແລະ ສຶກສາອົບຮົມແນວຄິດພໍ່ ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຫັນມາປູກພືດເພື່ອເປັນສິນຄ້າທົດແທນ ແນໃສ່ໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງ ແລະ ມີລາຍຮັບປົກກະຕິ. ມາຮອດປັດຈຸບັນ ມີເນື້ອທີ່ປູກຊາທັງໝົດ 1.643 ເຮັກຕາ, ໃນນີ້ ສາມາດຜະລິດຍອດໃບຊາໄດ້ 1.550 ເຮັກຕາ ແລະ ເນື້ອທີ່ປູກຊາທີ່ມີອາຍຸ 400 ກວ່າປີ ຈໍານວນ 30 ເຮັກຕາ.

ສຳລັບລາຄາຊາແຫ້ງສໍເລັດຮູບປະກອບມີ ຊານ້ອຍ 35.000 ກີບ/1 ກິໂລ, ຊາໃຫຍ່ 400 ກວ່າປີ 150.000 ກີບ/1 ກິໂລ, ຊາແນວພັນ 400 ປີ 60.000 ກີບ/1 ກິໂລ ແລະ ຊາປ່າ 170.000 ກີບ/1 ກິໂລ. ມູນຄ່າການສົ່ງ ອອກລວມທັງໝົດໃນປີ 2019-2020 ບັນລຸ 8 ຕື້ກວ່າກີບ, ສະເພາະໃນ 6 ເດືອນຕົ້ນປີ 2020 ແມ່ນ 2 ຕື້ກວ່າກີບ.

ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ການຊຸກຍູ້ ການຊຸກຍູ້ປະຊາຊົນປູກຊາເປັນສິນຄ້າຢູ່ແຂວງຜົ້ງສາລີ ມີຫລາຍບັນຫາທີ່ແນວລາວສ້າງຊາດແຂວງຕ້ອງຮ່ວມກັບພາກສ່ວນກ່ຽວຂ້ອງຂອງແຂວງຕ້ອງໄດ້ແກ້ໄຂ ເປັນຕົ້ນ: ການຄຸ້ມຄອງການສົ່ງອອກຊາຍັງບໍ່ທັນດີເທົ່າທີ່ຄວນ, ການເຈາະຕະຫລາດຮອງຮັບຜະລິດຕະພັນຊາຍັງຈໍາກັດ ແລະ ອື່ນຯ.

 

ຂ່າວ: ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ

ການປະກອບສ່ວນ