ເຮົາຄວນເຮັດແນວໃດເພື່ອຫຼີກລ້ຽງການກິນເຫັດທີ່ມີທາດເບື່ອ?

ລະດູຝົນເປັນເວລາທີ່ຫຼາຍຄົນຫາອາຫານທີ່ພວກເຮົາຮູ້ວ່າແຊບ ແຕ່ຫາຊື້ໄດ້ບໍ່ຍາກໃນຕະຫຼາດອາຫານໜຶ່ງຊະນິດນັ້ນມີຫຼາກຫຼາຍດ້ານສີສັນ, ຂະຫນາດ ແລະ ຮູບແບບ. ທີ່ຮູ້ກັນດີວ່າເຫັດບາງຊະນິດມີທາດເບື່ອ ແລະ ເຮັດໃຫ້ຄົນເຮົາເຖິງແກ່ຊີວິດໄດ້. (Vientiane Times).
Keooudone
photo by Keooudone Souvankhoummane

1. ເລືອກເຫັດທີ່ບໍ່ມີກີບສີຂາວ. ໃຫ້ຊອກເຫັດທີ່ມີກີບສີນ້ໍາຕານ ຫຼື ສີນ້ຳຕານແກ່. ໃນຂະນະທີ່ເຫັດບາງຊະນິດທີ່ມີກີບສີຂາວນັ້ນສາມາດກິນໄດ້, ແຕ່ເຫັດທີ່ມີທາດເບື່ອ ແລະ ອັນຕະລາຍທີ່ສຸດຄືຕະກຸນ Amanitas ທີ່ເກືອບຈະມີກີບສີຂາວເກືອບທຸກຊະນິດ.

TABI

 

2. ເລືອກເຫັດທີ່ບໍ່ມີຈຸດສີແດງຢູ່ດອກ ຫຼື ກ້ານ. ເລືອກເຫັດທີ່ມີດອກ ແລະ ກ້ານທີ່ມີສີຂາວ, ສີນ້ຳຕານແກ່ ຫຼື ສີນ້ໍາຕານ. ເຫັດແດງຫຼາຍຊະນິດມີທາດເບື່ອ. ເຫັດທີ່ມີສີແດງໃຊ້ເພື່ອເຕືອນສັດຕູ້ພືດໃນທໍາມະຊາດທີ່ຈະກິນມັນໂດຍສະເພາະແມ່ນສີສັນ, ເພື່ອບອກໃຫ້ຜູ້ກີນ - ລວມທັງຕົວທ່ານ ໃຫ້ຫຼີກລ້ຽງ.

TABI

 

3. ຊອກເຫັດທີ່ບໍ່ມີເກັດຢູ່ດອກ. ຫຼີກລ້ຽງເຫັດທີ່ມີ ຮອຍຂີດ ຫລື ຮອຍເກັດ ສີຈາງ ຫຼື ສີເຂັ້ມຢູ່ເທິງດອກເຫັດ, ຊຶ່ງອາດຈະປາກົດເປັນຈຸດ. ຈຸດເຫຼົ່ານີ້ແມ່ນພົບທົ່ວໄປໃນບັນດາແນວພັນເຫັດເບື່ອ. ຕົວຢ່າງເຊັ່ນ ເຫັດສີຂາວອາດມີຮອຍເກັດສີນ້ຳຕານເຂັ້ມ ຫຼື ສີນ້ຳຕານ

TABI

 

4. ຊອກເຫັດທີ່ບໍ່ມີວົງແຫວນອ້ອມກ້ານ. ກວດເບິ່ງພາຍໃຕ້ດອກເຫັດເພື່ອຫາແຜ່ນວົງແຫວນ, ທີ່ມັນຈະຄ້າຍຄືກັບດອກເຫັດຂະໜາດນ້ອຍທີ່ຈະຢູ່ພາຍໃຕ້ດອກເຫັດ. ຖ້າເຫັດທີ່ທ່ານກໍາລັງສັງເກດມີວົງແຫວນແບບນີ້, ໃຫ້ໄປເອົາເຫັດຊະນິດອື່ນແທນ ເພາະເຫັດສ່ວນຫຼາຍທີ່ມີຄຸນສົມບັດເຫຼົ່ານີ້ແມ່ນມີທາດເບື່ອ.

TABI

 

5. ໃຊ້ສອງກະຕ່າເມື່ອທ່ານຈະເກັບເຫັດ. ວາງເຫັດທີ່ທ່ານໝັ້ນໃຈວ່າກິນໄດ້ລົງໃນກະຕ່າຫນຶ່ງ ແລະ ເຫັດທີ່ທ່ານບໍ່ແນ່ໃຈລົງ ອີກກະຕ່າໜຶ່ງ. ການຈັບເຫັດທີ່ມີທາດເບື່ອ ຈະບໍ່ສົ່ງຜົນຫຍັງຕໍ່ຮ່າງກາຍ. ປຶກສາຜູ້ຊ່ຽວຊານທີ່ມີຄວາມຮູ້ເພື່ອລະບຸເຫັດທີ່ທ່ານບໍ່ແນ່ໃຈ. ທ່ານສາມາດຕິດຕໍ່ກັບຜູ້ຊ່ຽວຊານດ້ານເຫັດໄດ້ໂດຍຜ່ານກຸ່ມເຫັດລາວິທະຍາທ້ອງຖິ່ນ ຫຼື ໃນມະຫາວິທະຍາໄລທ້ອງຖິ່ນ. ເຫັດສາມາດກິນໄດ້ຈະບໍ່ມີສະຖານທີທີ່ແນ່ນອນວ່າມັນຈະເກີດຂຶ້ນຢູ່ບ່ອນໃດແດ່. ແຕ່ສາມາດພົບເຫັນຢູ່ໃນຕົ້ນໄມ້, ທ່ອນໄມ້, ພື້ນປ່າ, ຫຼື ຕາມໄຄ ຊຶ່ງວ່າເຮົາບໍ່ຈໍາເປັນຕ້ອງໃສ່ຖົງມືໃນເວລາທີ່ເກັບ.

TABI

 

6. ຢ່າກິນເຫັດຖ້າທ່ານບໍ່ແນ່ໃຈ 100% ວ່າມັນແມ່ນເຫັດຫຍັງ. ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ກຳລັງເກັບເຫັດ, ຍ້ອນວ່າຊະນິດທີ່ມີທາດເບື່ອ ແລະ ບໍ່ມີທາດເບື່ອມີລັກສະນະຄ້າຍຄືກັນ. ເຫັດບາງຊະນິດສາມາດປ່ຽນລັກສະນະຮູບຮ່າງຂຶ້ນຢູ່ກັບສະພາບການຈະເລີນເຕິບໂຕ ເຮັດໃຫ້ການຈຳແນກຊະນິດເປັນເລື່ອງທີ່ຍາກ ຕົວຢ່າງເຊັ່ນ ເຫັດຊະນິດທີ່ຄືກັນ ສາມາດພັດທະນາສີທີ່ແຕກຕ່າງກັນຕາມແສງແດດທີ່ໄດ້ຮັບ. ຜູ້ຊ່ຽວຊານແນະນໍາວ່າຢ່າກິນເຫັດຊະນິດທີ່ບໍ່ສາມາດລະບຸໄດ້ຢ່າງນ້ອຍ 3 ເທື່ອທີ່ຢູ່ໃນປ່າ ແລະ ຜູ້ຊ່ຽວຊານຄວນຢືນຢັນວ່າທ່ານໄດ້ລະບຸເຫັດຢ່າງຖືກຕ້ອງແລ້ວໃນທຸກຄັ້ງເປັນ 3 ເທື່ອ. .

TABI

By Eric Biggane

ການປະກອບສ່ວນ