ເຮັດນາປະສົມປະສານກັບການປູກຝັງ-ລ້ຽງສັດ ສ້າງລາຍຮັບໄດ້ດີ

ຮູ້ຈັກກັບລຸງ ຜາ ມີໄຊ ຜູ້ທີ່ເຮັດນາປະສົມປະສານກັບການປູກຝັງ-ລ້ຽງສັດ
https://v2.vientianemai.net/archives/5941
Vientiane Mai

ອາຊີບກະສິກອນ ເປັນອາຊີບໜຶ່ງທີ່ເຮັດໃຫ້ຊີວິດການເປັນຢູ່ຂອງຫຼາຍຄອບຄົວດີຂຶ້ນ ດັ່ງລຸງຜາ ພະມີໄຊ ຢູ່ບ້ານາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍເປັນຄອບຄົວໜຶ່ງ ທີ່ມີຄວາມດຸໝັ່ນໃນການເຮັດກະສິກຳ ໂດຍໄດ້ຍຶດຖືອາຊີບເຮັດນາປະຊົມປະສານ ກັບການປູກຝັງ-ລ້ຽງສັດ ເພື່ອຜະລິດເປັນສິນຄ້າ ເຊິ່ງສາມາດສ້າງລາຍຮັບໄດ້ດີ ແລະ ເຮັດໃຫ້ເສດຖະກິດຄອບຄົງນັບມື້ດີຂຶ້ນ

ລຸງຜາ ພະມີໄຊໃຫ້ສຳພາດວັນທີ 1 ກໍລະກົດ 2020 ວ່າ: ຕົນໄດ້ຍຶດຖືອາຊີບເຮັດນາມາໄດ້ຫຼາຍສິບປີແລ້ວ ໃນເນື້ອທີ່ 9 ໄລ່ ໃນນີ້ໄດ້ເຮັດທັງລະດູແລ້ງ ແລະ ລະດູຝົນ ສະເລ່ຍຜົນໄດ້ຮັບປະມານ 170 ເປົາຕໍ່ລະດູການ. ໄປພ້ອມກັບການເຮັດນາ ກໍໄດ້ລ້ຽງງົວ ແລະ ຄວາຍຈຳນວນໜຶ່ງ, ແຕ່ຜົນໄດ້ຮັບຍັງບໍ່ທັນໄດ້ດີພໍສົມຄວນ ເພື່ອນຳໃຊ້ທີ່ດິນຂອງຕົນທີ່ຍັງເປົາວ່າງຢູ່ໃຫ້ເກີດຜົນປະໂຫຍດ ປີ 2010 ຈຶ່ງໄດ້ປຶກສາກັບຄອບຄົວ ເຮັດສວນປູກໝາກຖົ່ວ, ສາລີ ແລະ ໝາກແຕງໃນເນື້ອທີ່ 7 ໄລ່ ເພື່ອຜະລິດເປັນສິນຄ້າ ເຊິ່ງຜົນຜະລິດໄດ້ຈັດສົ່ງໃຫ້ແມ່ຄ້າບ້ານໃກ້ຄຽງໄປຈຳໜ່າຍທີ່ຕະຫຼາດ ສະເລ່ຍລາຍຮັບຈາກການຂາຍພືດຜັກ 10-20 ລ້ານກີບຕໍ່ປີ

ສະເພາະປີ 2020 ລຸງຜາໄດ້ປັກດຳເຂົ້ານາປີ ສຳເລັດແລ້ວໃນເນື້ອທີ່ 9 ໄລ່ ແລະ ກຳລັງເກັບຜົນຜະລິດໝາກຖົ່ວໂດຍຈຳໜ່າຍ 160000 ກີບ ຕໍ່ໝື່ນ, ສ່ວນ ສາລີ ແລະ ໝາກແຕງຄາດວ່າສາມາດເກັບຜົນຜະລິດໃນທ້າຍເດືອນກໍລະກົດນີ້ ຖ້າແມ່ຄ້າທ່ານໃດສົນໃຈສາມາດໄປຊື້ກັບທີ່ຢູ່ສວນ ນອກນີ້ຍັງໄດ້ລ້ຽງງົວ ແລະ ຄວາຍ 30 ກວ່າໂຕ ເພື່ອເປັນຝຸ່ນໄວ້ໃສ່ຜັກ ແລະ ຂາຍໃນຍາມຈຳເປັນ

ສຳລັບການປູກພືດຜັກຂອງລຸລຜາ ມີໄຊ ແມ່ນປູກທຳມະຊາດແບບປະຖົມປະຖານ ພາຍຫຼັງທີ່ເກັບຜົນຜະລິດແລ້ວ ກໍໄດ້ຟື້ນຝູດິນ ໃນນີ້ແມ່ນໄດ້ເອົາງົວຄວາຍທີ່ຕົນລ້ຽງໄປມັດໃສ່ຜັດປ່ຽນເປັນ

ແຕ່ລະມື້ແຕ່ລະຈຸດ ນອກນີ້ໃນລະດູແລ້ງກໍໄດ້ປູກຜັກກາດຊອມຕື່ມອີກ
ສຳລັບຂໍ້ຫຍຸ້ງຍາກແມ່ນຜັກເປັນພະຍາດເພ້ຍ ບົ້ງກິນໃບ ແລະ ນໍ້າສະໜອງໃຫ້ການຜະລິດບໍພຽງພໍ, ຕະຫຼາດຈຳໜ່າຍຍັງບໍ່ສາມາດຮອງຮັບຜົນຜະລິດໄດ້ດີເທົ່າທີ່ຄວນ ສ່ວນທິດທາງຕໍ່ໜ້າແມ່ນຢາກເຮັດການຜະລິດແບບເຮືອນຮົ່ມ ປັດຈຸບັນກຳລັງຢູ່ໃນຂັ້ນຕອນການເຂົ້າເປັນສະມາຊິກກຸ່ມກະສິກຳຊາວສວນ
 

ຂ່າວ: ວຽງຈັນໃໝ່

ການປະກອບສ່ວນ