ເຜີຍແພ່ ແລະ ແນະນຳການນຳໃຊ້ ລະບົບຖານຂໍ້ມູນອອນໄລນ໌ພາເຂົ້າລາວ

ພາເຂົ້າລາວໄດ້ມີໂອກາດເຂົ້າຮ່ວມ ແລະ ເຜີຍແພ່ຂັ້ນຕອນການນຳໃຊ້ລະບົບຖານຂໍ້ມູນອອນໄລນ໌ພາເຂົ້າລາວ ທີ່ກອງປະຊຸມທົບທວນຈັດຕັ້ງປະຕິບັດໂຄງການຕາບີ 10 ປີ ທີ່ແຂວງຫົວພັນ
Phakhaolao.la
phakhaolao. la

 

ວັນສຸກທີ 28 ກຸມພາ 2020 ທີ່ຜ່ານມາ ພາເຂົ້າລາວໄດ້ມີໂອກາດເຂົ້າຮ່ວມກອງປະຊຸມທົບທວນຈັດຕັ້ງປະຕິບັດໂຄງການຕາບີ 10 ປີ ທີ່ແຂວງຫົວພັນ

phakhaolao.la

 

ຈຸດປະສົງໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອເນັ້ນໃສ່ການອະທິບາຍ ແລະ ແນະນຳຂັ້ນຕອນການນຳໃຊ້ລະບົບຖານຂໍ້ມູນອອນໄລນ໌ ເຊິ່ງໄດ້ຮັບຜົນຕອບຮັບຄ່ອນຂ້າງດີຈາກຜູ້ເຂົ້າຮ່ວມງານເຊັ່ນ ຊາວບ້ານ, ສະມາຄົມ ແລະ ບັນດາອົງການຈັດຕັ້ງທາງສັງຄົມຕ່າງໆ

ນອກຈາກພາເຂົ້າລາວຈະແນະນຳຂັ້ນຕອນການນຳໃຊ້ລະບົບຖານຂໍ້ມູນແລ້ວ, ພວກເຮົາຍັງໄດ້ຈັດກິດຈະກຳດີໆຮ່ວມກັບຊາວບ້ານ ແລະ ຜູ້ເຂົ້າຮ່ວມງານດັ່ງກ່າວ ພ້ອມແຈກຂອງທີ່ລະນຶກຫຼາກຫຼາຍຢ່າງ

phakhaolao.la

 

phakhaolao.la

 

ພາຍໃນງານຍັງມີອີກຫຼາກຫຼາຍສະມາຄົມ ແລະ ອົງການຈັດຕັ້ງທາງສັງຄົມໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນ ແລະ ສື່ສິ່ງພິມຕ່າງໆ

phakhaolao.la

 

phakhaolao.la

 

ການປະກອບສ່ວນ