ເປີດໂຕຮ້ານຂາຍເຄື່ອງທີ່ລະນຶກ ກິຟທ໌ ແກເລີຣີ (Gift Gallery)

ຮ້ານຂາຍເຄື່ອງທີ່ລະນຶກ Gift Gallery ເປີດໂຕຢ່າງເປັນທາງການແລ້ວ
ໜັງສືພີມລາວພັດທະນາ

ໂຮງແຮມຄຣາວພາຊ່າ (Crowne plaza hotel) ເປີດໂຕຮ້ານ Gift Gallery ຂາຍເຄື່ອງທີ່ລະນຶກ ເມື່ອວັນທີ 29 ຕຸລາ ຜ່ານມາ ໂດຍຜູ້ບໍລິຫານໄດ້ວາງແຜນທີ່ຈະສ້າງຮ້ານດັ່ງກ່າວໃນຮູບແບບ One-stop-shop ທີ່ຈຳໜ່າຍສິນຄ້າຫັດຖະກຳ ແລະ ເຄື່ອງປະດັບອັນປານີດທີ່ຜະລິດໃນລາວມາວາງຂາຍ.

ທ່ານນາງ ແພັດເທຣຍ ປູຢາດ ປະທານໂຮງແຮມກ່າວວ່າ:  ຈຸດປະສົງການເປີດຮ້ານດັ່ງກ່າວເພື່ອສົ່ງເສີມສິນຄ້າທີ່ຜະລິດດ້ວຍສີມືຂອງຄົນລາວ ໃຫ້ບັນດາລູກຄ້າທັງພາຍໃນ ແລະ ຕ່າງປະເທດເພື່ອເຮັດໃຫ້ສິນຄ້າລາວເປັນທີ່ຮູ້ຈັກໃນວົງກວ້າງທັງພາຍໃນ ແລະ ສາກົນ ໂດຍຜ່ານເອກະລັກຄວາມເປັນລາວ  ພ້ອມດຽວກັນນັ້ນຍັງເປັນຕົວຊ່ວຍທີ່ຈະສາມາດກະຕຸ້ນເສດຖະກິດພາກທ້ອງຖິ່ນພາຍໃນປະເທດອີກດ້ວຍ ໂດຍໄດ້ນຳເອົາສິນຄ້າແບຣນດັງຂອງລາວມາຈຳໜ່າຍເຊັ່ນ: Lao Natural, Birds Follow Spring, TaiBaan, KMagic halao” ເຂົ້າລາວ”, Thaditioal Arts&Ethnology Centre, Ock Pop Tok, AQUA DE BAMBOO, KHANG, Caruso Lao cca: Lao Carpetts Handicraft.

ທ່ານນາງ ແພັດເທຣຍ ປູຢາດ ກ່າວຕື່ມວ່າ:  ການອອກແບບຄອນເຊັບຂອງຮ້ານແມ່ນ ຝ່າຍບໍຫານໂຮງແຮມ ຄຣາວພລາຊ່າ ຮ່ວມກັນປຶກສາຫາລືກັບ ທ່ານນາງ ຊານດຣ້າ ຮັກ ຜູ້ຊ່ຽວຊານຈາກບໍລິສັດ ລາວຄາຣູໂຊ້ (Lao Caruso) ທີ່ມີປະສົບການດ້ານຫັດຖະກຳທົ່ວໂລກເຖິງ 50 ປີ.

ໜັງສືພີມລາວພັດທະນາ

 

 

ໜັງສືພີມລາວພັດທະນາໜັງສືພີມລາວພັດທະນາ

 

 

 

 

ໜັງສືພີມລາວພັດທະນາໜັງສືພີມລາວພັດທະນາ

 

ການປະກອບສ່ວນ