ຫົວພັນ ຜະລິດເຂົ້າໄກ່ນ້ອຍຄຸນນະພາບໄດ້ 100 ກວ່າໂຕນ

ແຂວງຫົວພັນ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ ໂດຍຜ່ານໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ມາໃນປີ 2019 ສາມາດຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ ໃນເນື້ອທີ່ 28 ເຮັກຕາ ສາມາດເກັບຜົນຜະລິດໄດ້ 100 ກວ່າໂຕນ.
Phakhaolao.la
phakhaolao. la

ອີງຕາມບົດສະຫຼຸບໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງຫົວພັນ ໃຫ້ຮູ້ວ່າ: ໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງ ຫົວພັນ ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2013 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ ໂດຍຜ່ານໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ( TABI )

phakhaolao.la

 

ເຊິ່ງຈຸດປະສົງຂອງໂຄງການແມ່ນເພື່ອສ້າງເງື່ອນໄຂ ແລະ ຂະບວນການຂອງການຜະລິດເຂົ້າໄກ່ນ້ອຍໃຫ້ມີຄວາມບໍລິສຸດຄຸນນະພາບເມັດດີ, ໄດ້ມາດຕະຖານເມັດພັນຕາມລະບຽບການເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບດີ ໄດ້ມາດຕະຖານໃຫ້ແກ່ການຜະລິດເຂົ້າໄກ່ນ້ອຍ, ເປັນການພັດທະນາທາງເລືອກເພີ່ມຄຸນນະພາບ ແລະ ມູນຄ່າຜົນຜະລິດເຂົ້າໄກ່ນ້ອຍ ເຊິ່ງໃນເບື້ອງຕົ້ນໄດ້ຈັດຕັ້ງປະຕິບັດຢູ່ໃນ 13 ບ້ານຂອງ 5 ເມືອງ ຄື: ເມືອງຊຳເໜືອ, ວຽງໄຊ, ຫົວເມືອງ, ເມືອງຮ້ຽມ ແລະ ເມືອງສົບເບົາ.

phakhaolao.la

 

ຜ່ານການສຶກສາສຳຫຼວດເພື່ອຈໍາແນກຄວາມຫຼາກຫຼາຍຂອງແນວພັນເຂົ້າໄກ່ນ້ອຍພື້ນເມືອງຢູ່ແຂວງ ຫົວພັນ ຕາມ 46 ລັກສະນະ ສາມາດຈັດເປັນ 4 ກຸ່ມແນວພັນເຂົ້າ ຄື: ເຂົ້າໄກ່ນ້ອຍເຫຼືອງ, ໄກ່ນ້ອຍແດງ, ໄກ່ນ້ອຍລາຍ, ເຂົ້າຄາຍຫອມ. ພ້ອມນີ້, ໄດ້ປັບປຸ່ງ ແລະ ຜະລິດເມັດພັນດີໃຊ້ແນວພັນສ້າງເມັດເຂົ້າບໍລິສຸດ, ສາມາດຂະຫຍາຍແນວພັນລຸ້ນ 1 ( R1 ), ລຸຸ້ນ 2 ( R2 ) ຮອດລຸ້ນ 3 ( R3 ), ຜ່ານການຈັດຕັ້ງປັບປຸງໂຄງການພັດທະນາຕ່ອງໂສ້ການຜະລິດແນວພັນເຂົ້າໄກ່ນ້ອຍ 5 ປີຜ່ານມາ ເຫັນວ່າ: ສາມາດສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ວິຊາການ, ຊາວກະສິກອນເພື່ອດຳເນີນການຄັດເມັດພັນ ແລະ ການຜະລິດເມັດພັນເຂົ້າໄກ່ນ້ອຍ.

phakhaolao.la

 

ສຳລັບປີ 2019 ຜ່ານມາ ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ ຄື: ເມືອງວຽງໄຊ ຈຳນວນ 4 ບ້ານ ແລະ ເມືອງຊຳເໜືອ 5 ບ້ານ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ( TABI ) 3 ພັນໂດລາ ເພື່ອສົ່ງເສີມປູກແນວພັນເຂົ້າໄກ່ນ້ອຍໃນເນື້ອທີ່ 28 ເຮັກຕາ ເປັນເມັດພັນເຂົ້າໄກ່ນ້ອຍ R3 ແລະ ສາມາດເກັບກ່ຽວກັບຜົນຜະລິດໄດ້ 133 ໂຕນກວ່າ.

ກອງປະຊຸມສະຫຼຸບໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງ ຫົວພັນ ໄດ້ຈັດຂຶ້ນໃນວັນທີ 24 ກຸມພານີ້ ທີ່ສູນນ້ຳຮັງ ພະແນກກະສິກຳ – ປ່າໄມ້ ແຂວງ ຫົວພັນ ໂດຍການເປັນປະທານຂອງ ທ່ານ ຄິນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ – ປ່າໄມ້. ເຂົ້າຮ່ວມມີ ທ່ານ ນາງ ບຸນມາ ເພັງພະຈັນ ຮອງຫົວໜ້າສູນຄົ້ນຄວ້າແນວພັນເຂົ້າ ກະຊວງກະສິກຳ – ປ່າໄມ້, ມີຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ, ການນຳເມືອງ ແລະ ຜູ້ຕາງໜ້າຈາກບ້ານ – ຄອບຄົວເປົ້າໝາຍຂອງໂຄງການເຂົ້າຮ່ວມນຳ.

 

ຂ່າວ: https://laoedaily.com.la/

ການປະກອບສ່ວນ